ຕາມຂ່າວສານ ຫວຽດນາມ, ວັນທີ 17 ເດືອນມີນາ, ອົງການ ພະລັງງານ ສາກົນ (IEA) ຄາດວ່າ ຄວາມຕ້ອງການ ບໍລິໂພກນ້ຳມັນ ໃນທົ່ວໂລກ ຈະກັບຄືນລະດັບ ກ່ອນເກີດ ພະຍາດໂຄວິດ-19 ໃນໄລຍະ 2 ປີ ແລະ ຈະບັນລຸ ລະດັບສູງສຸດໃນປີ 2026 ນອກຈາກ ກໍລະນິ ລັດຖະບານ ມີແຜນການ ດຳເນີນງານ ຢ່າງຮິບດ່ວນ ເພື່ອຕອບສະໜອງ ບັນດາ ເປົ້າໝາຍ ຕ້ານການປ່ຽນແປງຂອງດິນຟ້າອາກາດ.

IEA ໄດ້ຕີລາຄາ ໃນບົດລາຍງານ ປະຈຳປີວ່າ ຕະຫລາດນ້ຳມັນ ແລະ ເສດຖະກິດໂລກ ພວມຟື້ນຟູ ພາຍຫລັງ ຄວາມຕ້ອງການ ໄດ້ຫລຸດລົງຢ່າງໜັກ ຈາກການແຜ່ ລະບາດຂອງພະຍາດໂຄວິດ-19. ທ່ານຟາຕີ ບີໂຣນ ຜູ້ອຳນວຍການ ບໍລິຫານງານ ຂອງ IEA ກ່າວວ່າ ວິກິດການ ຈາກ ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ສົ່ງຜົນໃຫ້ ຄວາມຕ້ອງການ ນ້ຳມັນ ໃນໂລກ ຫລຸດລົງ ຢ່າງໜັກ ແຕ່ບໍ່ແມ່ນ ການຫລຸດລົງ ໃນໄລຍະຍາວ.
ບົດລາຍງານ ດັ່ງກ່າວ ລະບຸວ່າ ເມື່ອໂຄງການ ສັກວັກຊິນ ໄດ້ເລີ່ມ ດຳເນີນການ ໃນຂອບເຂດກວ້າງຂວາງ ແລະ ນະໂຍບາຍ ການຈຳກັດ ໄດ້ຍົກເລີກ, ຄວາມຕ້ອງການ ນ້ຳມັນ ຈະກັບຄືນມາລະດັບໃນປີ 2019 ໄປເຖິງປີ 2023. IEA ຄາດວ່າ ຄວາມຕ້ອງການ ນ້ຳມັນ ໃນໂລກ ໃນແຕ່ລະປີ ຈະເພີ່ມຂຶ້ນ 104 ລ້ານຖັງ ຕໍ່ວັນ ໃນປີ 2026, ເພິ່ມຂຶ້ນ 4% ເມື່ອທຽບໃສ່ປີ 2019 .

ໃນຂະນະທ່ີ, ປະເທດຕ່າງໆ ພວມສຸມໃສ່ ຈັງຫວະ ການຟື້ນຟູ ແບບຍືນຍົງ ແລະ ການມຸ່ງໄປສູ່ ກາກາກບອນ ຫລຸດລົງ ຕ່ຳສຸດ ໃນອະນາຄົດ. ສິ່ງດັ່ງກ່າວນີ້ ຈະເຮັດໃຫ້ ແງ່ຫວັງ ຄວາມຕ້ອງການ ນ້ຳມັນ ເພີ່ມຂຶ້ນ ຫລາຍກວ່າ ທ່ີກຳນັດໄວ້ ໃນກໍລະນີ ທ່ີປະເທດຕ່າງໆ ປະຕີບັດ ຕາມບັນດາ ນະໂຍບາຍ ຢ່າງເຂັ້ມງວດ ເພື່ອຊຸກຍູ້ ໃຫ້ນຳໃຊ້ ພະລັງງານ ສະອາດ ຢ່າງວ່ອງໄວ.
ທ່ານບີໂຣນ ກ່າວວ່າ ການປ່ຽນແປງ ນ້ຳມັນ ຢ່າງມີລະບຽບ ເປັນສິ່ງທ່ີ ຈຳເປັນ ເພື່ອຕອບສະ ໜອງ ບັນດາ ເປົ້າໝາຍ ຕ້ານການ ປ່ຽນແປງ ດິນຟ້າອາກາດ ແຕ່ສິ່ງນີ້ ຈະຮຽກຮ້ອງເຖີງ ການປ່ຽນແປງ ນະໂຍ ບາຍອັງໃຫຍ່ຫລວງ ຈາກປະເທດຕ່າງໆ ກໍຄື ການປ່ຽນແປງ ການດຳເນີນ ຢ່າງ ວ່ອງໄວ. ຄາດວ່າ ອາຊີ ຈະນຳໜ້າໂລກ ທາງດ້ານ ຄວາມຕ້ອງການ ນ້ຳມັນ ໂດຍຈະກວມເອົາ 90% ຊື່ງເປັນລະດັບເພີ່ມຂຶ້ນ ຈາກປີ 2019 ເຖິງປີ 2026.