ໃນຕົ້ນເດືອນມີນານີ້, ສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຕັດ ສິນຕັດອິດສະລະພາບ ທ້າວ ຄໍາຫຼ້າ ອາຍຸ 33 ປີ ຢູ່ບ້ານໜອງປີງ ເມືອງຈັນທະບູລີ ນວ ເປັນເວລາ 5 ປີ ພ້ອມປັບໃໝ 10 ລ້ານກີບ ໃນສະຖານການ ຄ ້າ ຂ າ ຍ ຢ
ໃນຫ້ອງປະຊຸມສານ, ອົງການໄອຍະການປະຊາ ຊົນ ນວ ໄດ້ຖະແຫຼງໃຈ້ແຍກການກະທໍາຜິ ດຕົວຈິງຂອງ ທ້າວ ຄໍາຫຼ້າ (ຈໍາເລີຍ) ຕໍ່ຄະນະສານອາຍາ ວ່າ: ທ້າວ ຄໍາຫຼ້າ ໄດ້ເສບຢາບ້າ ແຕ່ປີ 2002 ເປັນຕົ້ນມາຈົນເຖິງປັດຈຸບັນ, ຢ ທີ່ຊື້ມາໃນແຕ່ ລະຄັ້ງ ແມ່ນຊື້ນໍາໄວລຸ້ນ ບໍ່ຮູ້ຊື່ຢູ່ໃນຮ້ານເກມ ເຂດບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ. ມາຮອດເດືອນກຸມພາ 2020, ທ້າວ ຄໍາຫຼ້າ ເລີ່ມເຄື່ອນໄຫວຄ້າຂາຍ ຢ ແລະ ຢ ບ ທີ່ຊື້ມາຂ າ ຍໃນແຕ່ລະຄັ້ງ ແມ່ນຊື້ນໍາໄວລຸ້ນ (ບໍ່ຮູ້ຊື່ ແລະ ທີ່ຢູ່) ຂາຍຢູ່ຮ້ານເກມບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຊື້ຄັ້ງລະ 5 ເ ມັ ດ. ຫຼັງຈາກໄດ້ຢ ບ ມາໃນແຕ່ລະຄັ້ງ ກໍເອົາ ຢ ບ ມາ ຂ າ ຍຕໍ່ໃຫ້ກັບກຸ່ມມົ້ວ ສຸ ມ ຢ . ມາຮອດວັນທີ 12 ມີນາ 2020, ເວລາປະມານ 10:00 ໂມງ, ໄດ້ອອກໄປຊື້ ຢ ຈຳນວນ 5 ເມັດ ຢູ່ຮ້ານເກມ ເພື່ອຈະເອົາມາຂາຍ, ຫຼັງຈາກໄດ້ຢາບ້າມາແລ້ວ ກໍເອົາ ຢ ບ ມາ ຄົນດຽວ ຈໍານວນ 1 ເ ມັ ດ ຍັງເຫຼືອ ຢ ບ 4 ເມັດ ກໍໄດ້ເກັບຮັກ ສາໄວ້ຂ າ ຍ. ມາຮອດເວລາ 14:00 ໂມງ ຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ ປກສ ຈັບຕົວໄດ້ພ້ອມຂອງກາງ ຢ ບ ຈໍານວນ 4 ເ ມັ ດ.
ຄະນະສານ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ,ຮອບດ້ານ ແລະພາວະວິໄສເຫັນ ວ່າມີຫຼັກຖານຮັດກຸມທີ່ໜ້ກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທາ້ວ ຄໍາຫຼ້າ (ຈໍາເລີຍ) ເປັນການກະທໍາ ຜິ ດທາງອາຍາໃນສະຖານການຄ້ າ ຂາ ຍ ຢ ບ ທີ່ແຕະຕ້ອງເຖິງເສດຖະ ກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະ ຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315.
ສ່ວນຂອງກາງຢ ບ ຈໍານວນ 4 ເ ມັ ດ , ນໍ້າໜັກ 0,3671 ກຼາມ, ໄດ້ໃຊ້ເຂົ້າໃນການກວດພິສູດວິໄຈ ທັງໝົດຈໍານວນ 4 ເ ມັ ດ, ຜ່ານການກວດພິສູດວິ ໄຈແລ້ວ ແມ່ນບັນຈຸສານແທ້ ຕາມໃບຢັ້ງ ຢືນການວິໄຈ ສະບັບເລກທີ 1782/ກນວ, ເຫັນວ່າການກະ ທຳ ຜິ ດຂອງ ທ້າວ ຄຳຫຼ້າ ເປັນການກະ ທຳ ຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈຳເລີຍຮູ້ດີວ່າການຂາຍ ຢ ບ ເປັນສິ່ງທີ່ຜິດກົດໝາຍ, ຈຳເລີຍມີສະຕິສຳປັດຊັນຍະສົມບູນດີ ແລະ ມີອາຍຸກະສຽນທາງອາຍາ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງຕັດ ສິ ນລົງໂທດທ້າວ ຄຳຫຼ້າ 5 ປີ ປັບໃໝ 10 ລ້ານກີບ.