ໃນເວລາ 14 ໂມງ10 ນາທີ ຂອງວັນທີ 30 ມັງກອນ 2021 ເຈົ້າໜ້າທີ່ໝວ່ຍງານຄະດີອາຍາໄດ້ຮັບການລາຍງານ ຈາກຫົວໝ້າ ປກສ ບໍລິການ ປະຊາຊົນກຸ່ມບ້ານທີ 04 ເມືອງ ຈໍາພອນວ່າ: ໄດ້ມີເຫດການ ໄຟໄໝ້ເຮືອນປະຊາຊົນຢູ່ຂອບ ເຂດບ້ານແສນ ( ຄຸ້ມດົງໝາກຕຸມ ) ເມືອງຈໍາພອນ. ໃນເຫດການ ດັ່ງກ່າວ, ທາງ ປກສ ເມືອງ ກໍ່ໄດ້ລົງກວດກາ ຊັນນະສູດຕົວຈິງ ເຫັນວ່າເຫດການດັ່ງກ່າວ ເກີດຂຶ້ນຈິງ ໂດຍພົບ ເຫັນເຮືອນໄມ້ຖືກໄຟໄໝ້ຈົນໝົດຈໍານວນ 02 ຫຼັງ

ໃນນັ້ນຍັງໄດ້ ພົບເຫັນ ຊ າ ກ ສົ ບ ຄົ ນ ຕາຍ ຖື ກ ຄ າ ຕ ະ ກໍ າ ແລະ ຖື ກ ໄຟໄໝ້ຢູ່ບ່ອນ ດັ່ງກ່າວຈໍານວນ 02 ຄົນ ເຊິ່ງ ຜ່ານການກວດກາສາມາດຮູ້ ໄດ້ວ່າຜູ້ເສຍຊິວິດແມ່ນຊື່ທ້າວ ກົງອາຍຸ 58 ປີ, ອາຊີບເຮັດນາ ແລະ ນາງ ເນດ ອາຍຸ 59 ປີ ອາຊີບເຮັດນາຢູ່ບ້ານແສນ (ຄຸ້ມດົງໝາກຕູມ) ທັງສອງ ເປັນຜົວເມຍກັນ
ຕໍ່ກັບເຫດການ ດັ່ງກ່າວ ຈື່ງສາມາດກັກຕົວ ເປົ້າໝາຍ ສົງໄສລົງມືກໍ່ເຫດໃນ ຄັ້ງນີ້ຈໍານວນ 01 ຄົນ ຊື່ ທ້າວ ວັນທາ ຫຼືຫວັນທາ ອາຍຸ 22 ປີ, ອາ ຊີບເຮັດນາຢູ່ທີ່ບ້ານແສນ ເມືອງຈໍາພອນ (ເຊິ່ງຜູ້ທີ່ກໍ່ເຫດ ແມ່ນເປັນລູກຊາຍຜູ້ເສຍຊິວິດ)ສ່ວນມູນຄ່າເສຍຫາຍໃນເຫດ ການໄຟໄໝ້ໃນຄັ້ງນີ້ແມ່ນ 212.995.000 ກີບ ພາຍໃນ ເຮືອນ 02 ຫຼັງ ແລະທາງ ປກສ ເມືອງຈໍາພອນ ກໍ່ໄດ້ດໍາ ເນີນຄະດີໄປຕາມກົດໝາຍ, ໃນຂໍ້ຫາ: ການຄາຕະກໍາ ແລະ ການທໍາ ລາຍຊັບ ຫຼືການເຮັດ ໃຫ້ຊັບເປ່ເພໂດຍເຈດຕະນາ. ໃນປະຈຸບັນ, ທ້າວ ວັນທາ ກໍ່ໄດ້ຖືກກັກຂັງຢູ່ທີ່ໝວ່ຍງານ ກັກຂັງຊົ່ວຄາວ ປກສ ເມືອງ ຈໍາພອນ ເພື່ອດໍາເນີນຄະດີຕໍ່ໄປ.