ຈາກເຫດອັກຄີໄພ ໃນວັນທີ 16 ມີນາ 2021 ທີ່ຈຳປາທອງກາເດັນລີສອດ, ຂໍ້ມູນຈາກທາງຣີສອດ ໄດ້ແຈ້ງເພີ່ມເຕີມວ່າ ໃນວັນທີ່ 16/3/2021 ເວລາ1:55 ນາທີ ໄດ້ເກີດອັກຄີໄຟ ສາເຫດທີ່ເກີດອັກຄີໄຟຄັ້ງນີ້ແມ່ນເລື່ອງມາຈາກປະຊາຊົນອ້ອມຂ້າງໄດ້ຈູດຫຍ້າ ໄຫມ້ລາມຢ່າງຮຸນແຮງ ແລ້ວລາມໃສ່ສາຍໄຟ ຈື່ງໄດ້ລາມໃສ່ຫ້ອງພັກ ເຊິ່ງແມ່ນໂຊນຕືກ D ແລະ ຕືກC ໂຊນຕືກ C ແມ່ນເສຍຫາຍໂຕຫລັງຄາ ສ່ວນທີ່ເຫລືອແມ່ນເອົາໄວ້ໄດ້ທັນ .

ຄລິບຕອນໄໝ້
ທາງຣີສອດ ຂໍຂອບໃຈມາຍັງຫນ່ວຍງານຕ່າງໆ ແລະ ປະຊາຊົນທີ່ໄດ້ໃຫ້ຄວາມຊ່ວຍເຫລືອ ໂດຍສະເພາະແມ່ນພາກສ່ວນຫນ່ວຍງານດັບເພີງ ເມືອງ ວັງວຽງ ທີ່ໄດ້ຊ່ວຍເຫລືອຢ່າງວ່ອງໄວ ແລະ ທັນການ
ທາງລີສອດຈຳປາທອງຂອງພວກເຮົາແມ່ນຍັງເປີດເປັນປົກກະຕິ (ແຕ່ຈະປິດໂຊນທີ່ຖືກໄຟໄຫມ້ໄປກອ່ນຈົນກວ່າຈະສ້ອມແຊມແລ້ວ) ສ່ວນໂຊນອື່ນ (ຮ້ານອາຫານ,ສະລອຍນ້ຳ,ສະຖານທີ່ຈັດກິດຈະກຳ,ທີ່ພັກໂຊນອື່ນ) ແມ່ນເປີດເປັນປົກກະຕິ ທ່ານໃດທີ່ຈອງໄວ້ແລ້ວ ຫລືກຳລັງຊິຈອງແມ່ນຍັງສາມາດໃຫ້ບໍລິການຄືເກົ່າ ໄຟນໍ້າແມ່ນໃຊ້ໄດ້ປົກກະຕິແລ້ວເຈົ້າ ຂໍຂອບໃຈ ລູກຄ້າທຸກທ່ານທີ່ໂທມາໃຫ້ກຳລັງໃຈ.

ຂໍແຈ້ງເຕືອນ ຊ່ວງໄລຍະນີ້ອາກາດຮ້ອນຫລາຍ ໃຫ້ທຸກທ່ານລະມັດລະວັງໃນການຈະຈູດຫຍ້າ ແລະ ຂີ້ເຫຍື່ອ, ສະຖານທີ່: ບ້ານປາກເປາະ ເມືອງ ວັງວຽງ ແຂວງ ວຽງຈັນ