ຊາຍອາຍຸ 18 ປີ ເປັນລູກຈ້າງຢູ່ ຮ້ານສ້ອມແປງລົດຈັກຂອງຄົນຈີນ ທີ່ມາເປີດຮ້ານບໍລິການລູກຄ້າຢູ່ເຂດບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ທໍາຮ້າຍຮ່າງກາຍນາຍຈ້າງກ່ອນໃຊ້ ມີ ດ ປ າ ດ ຄໍ ຈົ ນ ບາດເຈັບສາຫັດ ແລ້ວເສຍຊີວິດເວລາຕໍ່ມາ, ໂດຍອ້າງວ່າແຄ້ນ ໃຫ້ນາຍຈ້າງມັກຮ້າຍດ່າເປັນປະຈໍາ.
ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 19:00 ໂມງ ຂອງວັນທີ 8 ມີນາ 2021; ຜູ້ຖືກເຄາະຮ້າຍຊື່ ທ້າວ ລີຊ້ຽວ ອາຍຸ 27 ປີ, ອາຊີບຄ້ າ – ຂ າ ຍ ສັນຊາດຈີນ ຢູ່ບ້ານເວີນຊົງ ເມືອງເຊົາຢາ ແຂວງພູນານ ພັກເຊົາຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ນາຍຈ້າງ); ຜູ້ກໍ່ເຫດ ຊື່ ທ້າວ ກຸ້ງ ອາຍຸ 18 ປີ, ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ລູກຈ້າງ).
ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກປະຊາຊົນພາຍໃນບ້ານດັ່ງກ່າວວ່າ: ໃນວັນທີ 8 ມີນາ 2021, ມີເຫດການທໍາຮ້າຍຮ່າງກາຍຢູ່ຮ້ານສ້ອມແປງລົດຈັກ ແລະ ຂາຍອຸປະກອນລົດຈັກຢູ່ບ້ານປ່າອ້ອຍ. ຈາກ ນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງໄປເກັບກໍາຂໍ້ມູນ, ກວດກາສະຖານທີ່ເກີດເຫດເຫັນວ່າ ຜູ້ໄດ້ຮັບບາດເຈັບແມ່ນເປັນຄົນສັນຊາດຈີນຊື່ ທ້າວ ລີຊ້ຽວ; ຜູ້ກໍ່ເຫດຄື: ທ້າວ ກຸ້ງ ໄດ້ເອົາຕົວຫຼົບໜີ. ຈາກນັ້ນ, ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມຈັບຕົວຜູ້ກໍ່ ເຫດ; ຜ່ານການຕິດຕາມມາຮອດເວລາ 11:00 ໂມງຂອງວັນທີ 10 ມີນາ 2021, ເຈົ້າໜ້າທີ່ ຈຶ່ງສາມາດຈັບຕົວ ທ້າວ ກຸ້ງ ມາດໍາເນີນການສືບສວນ-ສອບສວນໄດ້.

ທ້າວ ກຸ້ງ ຮັບສາລະພາບວ່າ: ໃນວັນທີ 26 ກຸມພາ 2021, ໄດ້ເຂົ້າເຮັດວຽກຢູ່ຮ້ານສ້ອມແປງລົດຈັັກຢູ່ຮ້ານອາຊ້ຽວ ຂາຍລົດຈັກພ້ອມອາໄຫຼ່, ທໍ່ ແລະ ອຸປະກອນຕ່າງໆຢູ່ບ້ານປ່າອ້ອຍ. ຕະຫຼອດໄລຍະທີ່ເຮັດວຽກຢູ່ຮ້ານດັ່ງກ່າວ, ເຈົ້າຂອງຮ້ານມັກຮ້າຍມັກດ່າ; ໃນທຸກໆຕອນເຊົ້າຜູ້ກ່ຽວໄດ້ມາກິນເຂົ້າ ນໍາເຈົ້າຂອງຮ້ານ ແຕ່ຖ້າມື້ໃດມາວຽກ ສວາຍເຈົ້າຂອງຮ້ານຈະບໍ່ໃຫ້ກິນເຂົ້ານໍາ.

ໃນວັນທີ 8 ມີນາ 2021, ເວລາປະມານ 18:00 ໂມງ ທ້າວ ລິຊ້ຽວ ( ເຈົ້າຂອງຮ້ານ ) ໄດ້ປິດຮ້ານແລ້ວໆ ແຕ່ຜູ້ກ່ຽວຍັງບໍ່ກັບເຮືອນ ເຮັດໃຫ້ເຈົ້າຂອງຮ້ານຮ້າຍດ່າ ຈົນຜູ້ກ່ຽວອົດບໍ່ໄດ້ ຈຶ່ງໄດ້ຕີເຈົ້າຂອງຮ້ານແປງລົດຈົນລົມລົງກັບພື້ນ; ຈາກນັ້ນ, ຜູ້ກ່ຽວໄດ້ເອົາມີດທີ່ກຽມໄວ້ຕິດ ຕົວມານໍ າ ປ າ ດ ຄໍ ເຈົ້າຂອງຮ້ານ 1 ບາດ ແລ້ວແລ່ນໄປເອົາລົດຈັກຂອງຜູ້ກ່ຽວທີ່ຈອດປະໄວ້ຢູ່ເຮືອນໝູ່ຢູ່ໃນບ້ານປ່າອ້ອຍຫ່າງຈາກຈຸດເກີດເຫດປະມານ 50 ແມັດ ຂັບຂີ່ໄປຫາໝູ່ຢູ່ບ້ານໄຊຈະເລີນ ເມືອງຫ້ວຍຊາຍ. ຈົນຮອດວັນທີ 10 ມີນາ, ຈຶ່ງຖືກເຈົ້າໜ້າທີ່ຈັ ບຕົວໄດ້.