ໃນວັນທີ 16 ກຸມພາ 2021, ເຈົ້າໜ້າທີ່ໜ່ວຍງານສ ະ ກັ ດ ກັ້ ນ- ຕ້ າ ນ ຢ ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ກັກຕົວສອງອ້າຍນ້ອງຊື່ ທ້າວ ອິນປົງ ອາຍຸ 25 ປີ ແລະ ທ້າວ ພູວົງ ອາຍຸ 34 ປີ ບ້ານດົງໜາກແງວ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ທີ່ມົ້ວສຸມ ແລະ ເຄື່ອນໄຫວ ຄ້ າ ຂ າ ຍ ຢ ຈໍານວນ 303 ເມັດ.

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໄຊບູລີ ໃຫ້ຮູ້ວ່າ: ໃນຕົ້ນເດືອນກຸມພາ 2021 ໄດ້ມີກຸ່ມໄວລຸ້ນຈໍານວນໜຶ່ງ ຢູ່ບ້ານແກ້ງແຮດ ເມືອງໄຊບູລີ ທີ່ຢູ່ເຂດຊາຍແດນຕິດຈອດກັບ ບ້ານດົງໝາກແງວ ເມືອງອຸທຸມພອນ ໄດ້ມີການ ໄປມົ້ວສຸມ ຢ ຢູ່ຖຽງນາ ຂອງທ້າວ ອິນປົງ ແລະ ທ້າວ ພູວົງ (ອ້າຍນ້ອງ); ດັ່ງນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊບູລີ ໂດຍປະສານສົມທົບກັບ ປກສ ເມືອງອຸ ທຸມພອນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດ ກາຈຸດເປົ້າໝາຍ ຈົນມາຮອດເວລາປະມານ 9:00 ໂມງ ຂອງວັນທີ 16 ກຸມພາ 2021 ຈຶ່ງໄດ້ກັກຕົວອ້າຍ-ນ້ອງ ພ້ອມຂອງກາງ ຢ ຈໍານວນ 303 ເ ມັ ດ.

ຜ່ານການສືບສວນ-ສອບສວນ ທ້າວ ອິນປົງ ໄດ້ສາລະພາບວ່າ: ໄດ້ເລີ່ມພົວພັນຊື້ ຢ ນໍາທ້າວ ກູນ ອາຍຸ 30 ປີ ຄົນບ້ານ ກາງໂພສີ ເມືອງອຸທຸມພອນ ມາຕັ້ງແຕ່ເດືອນມິຖຸນາ 2013 ເປັນຕົ້ນມາ ຊື້ທໍາອິດແມ່ນຊື້ 1 ຖົງ ເທົ່າກັບ 200 ເ ມັ ດ. ຈາກນັ້ນ, ກໍໄດ້ຊື້ຢາບ້ານໍາ ທ້າວ ກູນ ມາຕະຫຼອດຊື້ປະມານ 100 ກວ່າຄັ້ງ ຄັ້ງລະ 12 ຖົງ, ເມື່ອໄດ້ ຢ ແລ້ວ ໄດ້ເອົາມາຂາຍໃຫ້ໄວລຸ້ນທົ່ວໄປ. ມາຮອດເດືອນມິຖຸນາ 2020, ໄດ້ແບ່ງ ຢ ໃຫ້ ທ້າວ ພູວົງ (ຜູ້ເປັນອ້າຍ) ຂາຍນໍາອີກຫຼາຍຄັ້ງ ຈື່ບໍ່ໄດ້, ຄັ້ງລະ 30 ຫາ 100 ເມັດ. ຕໍ່ມາວັນທີ 14 ກຸມພາ 2021, ກໍໄດ້ໂທຫາ ທ້າວ ກູນ ວ່າ: ຢາກໄດ້ ຢ ນໍາ 2 ຖົ ງ. ຫຼັງຈາກນັ້ນ, ທ້າວ ກູນ ຂັບຂີ່ລົດຈັກ ເອັມສະແລັດ ສີທອງ ໃສ່ໝວກກັນນ໋ອກສີດໍາ ແລ້ວເອົາ ຢ ໃຫ້ ຈໍານວນ 2 ຖົ ງ ມີ 200 ເ ມັ ດ ເມື່ອໄດ້ ຢ ແລ້ວ ກໍໄດ້ເອົາ ຢ ມ າ ຂ າ ຍໃຫ້ທ້າວ ພົງ ຈໍານວນ 1 ຖົງ ຍັງເຫຼືອອີກ 1 ຖົ ງ ເທົ່າກັບ 200 ເ ມັ ດ ແລ້ວເອົາມາ ແບ່ງໃຫ້ ທ້າວ ພູວົງ ແບ່ງຂາຍນໍາອີກ 30 ເ ມັ ດ ຍັງນໍາ ທ້າວ ອິນປົງ 170 ເມັດ ແລ້ວເອົາມາຂາຍ ໃຫ້ໄວລຸ້ນ 36 ເມັດ. ຮອດວັນທີ 16 ກຸມພາ 2021, ເວລາປະມານ 9:00 ໂມງ ຈຶ່ງໄດ້ຖືກເຈົ້າໜ້າ ທີ່ກັກຕົວພ້ອມທັງກວດຄົ້ນຕົວພົບເຫັນ ຢ ຈານວນ 134 ເມັດ ທີ່ຊຸກເຊື່ອງໄວ້ໃນກະເປົາພາຍສີດໍາ.

ທ້າວ ພູວົງ ເລີ່ມພົວພັນ ເ ສ ບ ຢ ມາຕັ້ງແຕ່ປີ 2010 ເປັນຕົ້ນມາ. ຈາກນັ້ນ, ກໍໄດ້ເສບມາຕະຫຼອດ. ມາຮອດເດືອນມິຖຸນາ 2020, ນ້ອງຊາຍຊື່ ທ້າວ ອິນປົງ ໄດ້ເອົາ ຢ ມາໃຫ້ຂາຍ ປະມານ 8 ຄັ້ງ ຄັ້ງລະ 30 ຫາ 100 ເມັດ ພໍໄດ້ ຢ ແລ້ວກໍໄດ້ເອົາມາແບ່ງ ຂາຍໃຫ້ໄວລຸ້ນທົ່ວໄປ. ໃນວັນທີ 14 ກຸມພາ 2021, ໄດ້ ຢ ຈໍານວນ 30 ເ ມັ ດ ແລ້ວກໍໄດ້ເອົາໄປຊຸກເຊື່ອງໄວ້ໃນຖຽງນາ. ມາຮອດ ວັນທີ 16 ກຸມພາ 2021, ເວລາປະມານ 9:00 ໂມງ ຖືກເຈົ້າໜ້າທີ່ເຂົ້າມາກັກຕົວພົບ ຢ ຈຳນວນດັ່ງກ່າວຢູ່ຖົງພາຍສີດໍາ, ສ່ວນ ທ້າວ ກູນ ທີ່ຊັກທອດເຖິງນັ້ນທາງເຈົ້າໜ້າທີ່ ຍັງຈະຕິດຕາມຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *