ມາໃນວັນທີ່ 22 ກຸມພາ 2021 ໜ່ວຍງານສະກັດກັ້ນ ແລະ ຕ້ານຢ່າເສບຕິດ ປກສ ເມືອງທ່າປາງທອງ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ນາງ ເທວາ ບ້ານນາຫົວຄວາຍ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ມີການເຄື່ອນໄຫວເອົາ ຢ ມາຂາຍໃຫ້ກຸ່ມໄວລຸ້ນບໍ່ຮູ້ຊື່ຢູ່ປ່າໃນຂອບເຂດ ບ້ານນາຫົວຄວາຍ ເມືອງທ່າປາງທອງ ເມື່ອໄດ້ຮັບການລາຍງານແລ້ວ ທາງຄະນະພັກ-ຄະນະບັນຊາ ຈິງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມກວດກາເຫັນວ່າມີມູນຄວາມຈິງແທ້ ຈິ່ງໄດ້ສ້າງແຜນ ແລະ ຈັດຕັ້ງກຳລັງ ເພື່ອຈັບຕົວເປົ້າໝາຍດັ່ງກ່າວ

ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນນັ້ນ ຈິງສາມາດຈັບຕົວເປົ້າໝາຍໄດ້ 01 ຄົນ ຊື່ວ່າ: ນາງ ເທວາ ສີສົມດີ ອາຍຸ 31 ປີ ອາຊີບເຮັດນາ ບ້ານ ນາຫົວຄວາຍ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ພ້ອມຂອງກາງ ຢ 10 ຖົ ງ ເທົ່າກັບ 1,850 ເ ມັ ດ ຜ່ານການສືບສວນ- ສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ວິຊາສະເພາະ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຢ ຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວເຊິ່ງມີໄວ້ຄອບຄອງເພື່ອຂາຍແທ້ ໄດ້ຊື່ມາຈາກ ຄົນບໍ່ຮູ້ຊື່ ບ້ານຫີນຄອກ ເມືອງສອງຄອນ ແຂວງສະຫັວນນະເຂດ ລາຄາ ມັ ດ ລະ 4,500,000 ກີບ ຜ່ານມາໃນຄັ້ງວັນທີບໍ່ຈື ເດືອນ 2 ປີ 2021 ຜູ້ກ່ຽວໄດ້ຂາຍໃຫ້ ນາງ ພູມໃຈ ຄົນບ້ານດ່ຽວກັນ ຈຳນວນ 1 ຖົ ງ ລາຄາ ຖົ ງ 700, 000 ກີບ ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະຈິງໄດ້ຂະຫຍາຍຜົນຈັ ບ ກຸ ມ
ມາຮອດເວລາປະມານ 12 ໂມງ 30 ນາທີ ຂອງວັນດຽວກັນ ຈິງສາມາດກັກຕົວ ນາງ ພູມໃຈ ອິນທະວົງສາ ອາຍຸ 32 ປີ ອາຊີບເຮັດນາ ບ້ານ ນາຫົວຄວາຍ ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ , ຈາກນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະຈິງນຳຕົວຜູ້ກ່ຽວພ້ອມຂອງກາງ ຢ ຈຳນວນດັ່ງກ່າວມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.