ນະຄອນຫຼວງວຽງຈັນ: ເວລາປະມານ 00:30 ໂມງ ຂອງວັນທີ 14 ມີນາ 2021 ໄດ້ມີຊາຍຄົນໜື່ງຂັບຂີ່ລົດຈັກໝາຍເລກທະບຽນ ຕຂ 6120 ກຳແພງນະຄອນ ມາແຕ່ທາງ 3 ແຍກນາໄຊຈຸດປະສົງຈະໄປທາງທາດຫຼວງ ພໍມາຮອດ 3 ແຍກສີສັງວອນ ຍ້ອນຜູ້ກ່ຽວບໍ່ຮູ້ທາງ ແລະ ຂີ່ລົດດ້ວຍຄວາມໄວເກີນກຳນົດ ເຮັດໃຫ້ຜູ້ກ່ຽວໄປຕຳເອົາເສົາ ແລະ ກຳແພງເຮືອນເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່.

ຜ່ານການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ຮູ້ໄດ້ວ່າ: ຜູ້ຕາຍຊື່ ທ້າວ ອາເທີ ອາຍຸ 31ປີ, ສັນຊາດລັດເຊຍ, ພະນັກງານສ້ອມແປງລົດຍົນຂອງບໍລິສັດລາວເດີນອາກາດ ພັກເຊົາຢູ່ບ້ານຊຳເຄ້ ເມືອງໄຊເສດຖາ ນວ.

ຈາກເຫດການດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວຜູ້ເສຍຊີວິດ.

ຮຽກຮ້ອງມາຍັງນັກຂັບຂີ່ທັງຫຼາຍໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການຈະລາຈອນໃຫ້ເຂັ້ມງວດ, ສິ່ງສຳຄັນແມ່ນ ບໍ່ຄວນດື່ມສິ່ງມືນເມົາເວລາຂັບລົດທຸກປະ ເພດ, ຢ່າໃຫ້ຄວາມຄຶກຄະນອງຄວາມປະໝາດພຽງຊົ່ວຄາວເປັນສາເຫດນຳມາສູ່ຄວາມຕາຍຄືດັ່ງກໍລະນີລາຍນີ້.

ຝາກເຖິງຜູ້ປົກຄອງຖ້າຫາກພົບເຫັນລູກຫຼານຂອງຕົນຫາກມີພຶດຕິກຳເຊັ່ນ: ດັດແປງສະພາບລົດ, ໃຊ້ສຽງດັງ, ຂັບຂີ່ດ້ວຍຄວາມໄວ, ຂີ່ລົດດ້ວຍຄວາມຄຶກຄະນອງ ໃຫ້ສຶກສາອົບຮົມເປັນປົກກະຕິ, ຖ້າຮ້າຍແຮງໃຫ້ລາຍງານມາຫາເຈົ້າໜ້າທີ່ພວກເຮົາເພື່ອເອົາມາສຶກສາອົບຮົມ ຖ້າຫາກປະປ່ອຍໄວ້ຈະພາໃຫ້ເກີດອຸບັດຕິເຫດອັນນຳມາສູ່ຄວາມເສຍຫາຍຕໍ່ຕົນເອງແລະຜູ້ອື່ນເຊັ່ນ: ເສຍເວລາ, ເສຍເສົາຫຼັກໃນຄອບຄົວ(ກໍລະນີຂີ່ໄປຕຳຄົນອື່ນທີ່ເປັນເສົາຫຼັກຄອບຄົວເສຍຊີວິດ), ລົດເປເພ່, ບາດເຈັບ, ອຳມະພາດ, ເສຍເງິນ ແລະ ເສຍຊີວິດ.

Leave a Reply

Your email address will not be published. Required fields are marked *