ຈາກການລາຍງານຂອງພົນລະເມືອງດີ ໃນວັນທີ 28 ກຸມພາ 2021 ວ່າ: ມີຄົນທີ່ຕ້ອງສົງໃສລັກລົດຈັກມາຈອດຢູ່ເຮືອນຫຼັງໜຶ່ງ ເຂດບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ດັ່ງນັ້ນ ປກສ ກຸ່ມ7 ໜອງບຶກ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະສົມທົບກັບອຳນາດການປົກຄອງບ້ານລົງກວດກາພົບເຫັນລົດຈັກ YAMAHA R125 1 ຄັນ, ລົດ YAMAHA MSX 1 ຄັນທັງສອງແມ່ນບໍ່ຕິດປ້າຍທະບຽນ ແລະ ບໍ່ມີເອກະສານ, ສ່ວນຄົນຮ້າຍແມ່ນເອົາຕົວຫຼົບໜີກ່ອນແລ້ວ.

ຜ່ານການສືບສວນ-ສອບສວນເກັບກຳຂໍ້ມູນລະອຽດສາມາດກຳນົດຜູ້ຖືກສົງໃສໄດ້ ຄື: ທ້າວ ໂລໂຍ ປະຊາຊົນ ບ້ານໜອງບຶກເໜືອ ແລະ ທ້າວ ໂຊກໄຊ ອາຍຸ 17 ປີ, ປະຊາຊົນ ບ້ານຫຼັກຫີນ ເມືອງສີໂຄດຕະບອງ ນວ ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທິງຢ່າງໃກ້ຊິດ ສະນັ້ນ, ຮອດວັນທີ 13 ມີນາ 2021 ເວລາ 11:30ໂມງ ເຈົ້າໜ້າທີ່ສົມທົບກັບອຳນາດການປົກຄອງບ້ານເຂົ້າກັກຕົວທ້າວ ໂຊກໄຊ ພ້ອມລົດຈັກ Suzuki Smash ສີດຳ ທີ່ມ້າງເປັນຊິ້ນສ່ວນ 1 ຄັນ ມາສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັບທ້າວ ໂລໂຍ, ທ້າວເສືອ ອາຍຸ 17ປີ, ປະຊາຊົນ ບ້ານນາລ່ຽນ ເມືອງນາຊາຍທອງ ນວ ໄດ້ເຄື່ອນໄຫວລັກລົດຈັກແທ້ ຕໍ່ມາເວລາ 14:00ໂມງ ຂອງວັນດຽວກັນຈຶ່ງເຂົ້າກັກຕົວທ້າວ ເສືອ ສ່ວນທ້າວ ໂລໂຍ ແມ່ນເອົາຕົວລົບໜີ ປັດຈຸບັນເຈົ້າໜ້າທີ່ແມ່ນກຳລັງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ສ່ວນລົດຈັກທັງ 4 ຄັນແມ່ນຮັກສາໄວ້ຢູ່ຫ້ອງການ ປກສ ກຸ່ມ 7 ໜອງບຶກ ເພື່ອປະສານຫາພາກສ່ວນທີ່ກ່ຽວຂ້ອງຊອກຫາເຈົ້າຂອງລົດ ເພື່ອທຳການມອບສົ່ງຄືນ.

ຈາກການແກ້ໄຂຄະດີດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍພົນລະເມືອງດີ ທີ່ໄດ້ຈິງໃຈ ແລະ ຮີບຮ້ອນລາຍງານເຈົ້າໜ້າທີ່ຈຶ່ງສາມາດແກ້ໄຂສະພາບບັນຫາປະກົດການຫຍໍ້ທໍຄັ້ງນີ້ໄດ້, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າ ໜ້າທີ່ ຖ້າອາໃສກຳລັງເຈົ້າໜ້າທີ່ແມ່ນກຳລັງມີໜ້ອຍໄປບໍ່ທົ່ວເຖິງ ສະນັ້ນ ຂໍໃຫ້ພໍ່ແມ່ນປະຊາຊົນທີ່ອາໃສຢູ່ທຸກສະຖານທີ່, ທຸກຂົງເຂດ, ຖ້າພົບເຫັນການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ທີ່ຢູ່ໃກ້ທ່ານ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *