ໄຊຍະບູລີ: ລາຍງານຈາກອາສາກູ້ໄພ ແຂວງໄຊຍະບູລີທີໃຫ້ຮູ້ວ່າ ເກີດເຫດ ເດັກນ້ອຍ ຈົມນໍ້າເສຍຊີວິດ ເພດຊາຍ, ໃນບ່າຍວັນທີ 13 ມີນາ 2021.

ຈຸດເກີດເຫດແມ່ນ ເຂດຫ້ວຍນໍ້າທຳມະຊາດ ບ້ານຖໍ້າລອດ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ.

ປະຊາຊົນ ແລະ ອາສາກູ້ໄພໄດ້ພາກັນຄົ້ນຫາ ແລະ ພົບສົບຜູ້ເສຍຊິວິດ, ແລະ ນໍາສົ່ງໃຫ້ທາງຄອບຄົວ ໄປຊາປະນະກິດ.

ເຕືອນໄດ້ທຸກຄົນໃຫ້ເບິ່ງແຍງລູກຫຼານໃຫ້ດີ, ອາກາດຮ້ອນເດັກນ້ອຍມັກລັກໄປເລາະອາບຕາມນໍ້າຫ້ວຍແລະແມ່ນໍ້າ.

Leave a Reply

Your email address will not be published. Required fields are marked *