ຜູ້ຕິດເຊື້ອໂຄວິດ ກໍລະນີ 44 ແລະ 45 ຢູ່ຈຳປາສັກ ອອກໂຮງໝໍແລ້ວ ພາຍຫຼັງກັກໂຕ ແລະ ຕິດຕາມອາການລວມ 50 ວັນ

ໂຮງໝໍເມືອໂພນທອງ, ແຂງວຈຳປາສັກ ລາຍງານກໍລະນີ້ຜູ້ຕິດເຊື້ອໂຄວິດ-19 ຜູ້ທີ 44’ແລະ 45 ໄດ້ກັບບ້ານແລ້ວ ໃນຕອນເຊົ້າຂອງວັນທີ 13 ມີນາ 2021 ຢູ່ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ-19 ເມືອງໂພນທອງ ໄດ້ສົ່ງຜູ້ຕິດເຊື້ອຜູ້ທີ 44 ແລະ 45 ກັບບ້ານ, ເປັນກຽດມອບດອກໄມ້ອວຍພອນໂດຍ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທານະສຸກແຂວງ ແລະ ຄະນະອຳນວຍການໂຮງໝໍແຂວງ, ໂຮງໝໍເມືອງ ເຂົ້າຮ່ວມ.

ກໍລະນີຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຝົ້າຕິດຕາມອາການ ແຕ່ວັນທີ 21 ມັງກອນ 2021 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2 ກຸມພາ 2021 ລວມມື້ນອນປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໆ ແລະ ໄດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດເປັນລົບ 2 ຄັ້ງຕິດຕໍ່ກັນ ຈິ່ງອະນຸຍາດໃຫ້ກັບບ້ານໄດ້.

ໂອກາດດັ່ງກ່າວ ທ່ານ ດຣ ວຽງສີ ສຸພັກດີ ໄດ້ໃຫ້ທິດທາງໂອ້ລົມ, ການປະຕິບັດໂຕ, ການໃຊ້ຊິວິດປະຈຳວັນ ແລະ ກັກບໍລິເວນຢູ່ບ້ານຕື່ມ 14 ວັນ ຈື່ງມາກວດຄືນ ແລະ ຜູ້ຕິດເຊື້ອທັງສອງກໍລະນີ ກໍ່ໄດ້ກ່າວຂອບໃຈມາຍັງທ່ານຫົວຫນ້າພະແນກ ພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະ ໂຮງໝໍເມືອງໂພນທອງ.
ຂ່າວ: ໂຮງໝໍເມືອງໂພນທອງ.