ຕາ​ມຂ່າວ​ຈາກ ຣອຍ​ເຕີ,ກະຊວງ​ຄົມມະນາຄົມ ​ຂອງ​ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ​ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ລົດ​ໂດຍສານ ​ນຳ​ສົ່ງ​ຄະນະ​ນັກຮຽນ ​ແລະ ຜູ້​ປົກຄອງ ​ກັບ​ຈາກ ​ການທ່ອງທ່ຽວ ​ເກີດ​ອຸບັດ​ເຫດ ຕົກລົງ​ເຫວ​ເລິກ ຂ້າງ​ທາງ​ ໃກ້​ກັບ​ ເມືອງ​ຊູ​ເມ​ດັງ ​ແຂວງ​ເວສຊວາ ​ເທິງ​ເກາະ​ຊວາ ຂອງ​ອິນ​ໂດ​ເນ​ເຊຍ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 27ຄົນ ​ແລະ ບາດ​ເຈັບ​ອີກ 39ຄົນ ​ເນື່ອງ​ຈາກ ຄົນ​ຂັບ​ລົດ​ໂດຍສານ ​ເສຍ​ການ​ຄວບ​ຄຸມ ກ່ອນ​ເກີດ​ ອຸບັດ​ເຫດ.ຂະນະ​ນີ້ ​ເຈົ້າໜ້າ​ທີ່​ກ່ຽວ​ຂ້ອງ ພວມ​ລົງ​ສືບສວນ ​ສອບ​ສວນ ​ຫາ​ສາ​ເຫດ ທີ່​ເກີດ​ຂຶ້ນ ​ໃນ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ.

May be an image of outdoors

.

May be an image of outdoors

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Leave a Reply

Your email address will not be published. Required fields are marked *