ມາຮອດປັດຈຸບັນ ໄດ້ສຳເລັດພິທີເປີດຂະບວນສັກຢາວັກຊີນ ປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ສຳລັບຮອບທີ 1 ແລະ ກຳລັງຂຸ້ນຂ້ຽວສັກໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ທົ່ວປະເທດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມປອດໄພ.

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ສຳພາດໃນວັນທີ 11 ມີນາ 2021 ນີ້ວ່າ: ກຸ່ມເປົ້າໝາຍໃນການຮັບວັກຊີນ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກ ລັດຖະບານຈີນ ຈຳນວນ 300.000 ໂດສ ປະກອບມີ 3 ກຸ່ມຄົນຄື: ກຸ່ມພະ ນັກງານແພດໝໍທີ່ມີຄວາມສ່ຽງ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບ ທີ່ເປັນ ພ ະ ຍ າ ດ ໂ ຄ ວິ ດ ຢູ່ແຕ່ລະໂຮງໝໍແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ກຸ່ມຄົນທີ່ເຮັດວຽກຢູ່ສູນຈຳກັດບໍລິເວນ.
ສາເຫດທີ່ສັກໃຫ້ກຸ່ມຄົນດັັ່ງກ່າວນີ້ກ່ອນໝູ່ ກໍຍ້ອນວ່າເຂົາເຈົ້າເປັນກຸ່ມຄົນທີ່ມີຄວາມສ່ຽງສູງ ໃນການຕິດເຊື້ອ ເພາະວ່າໄດ້ມີການພົວພັນກັບຜູ້ທີ່ຕິດເຊື້ອ ໂ ຄ ວິ ດ ແລະ ບຸກຄົນທີ່ມີຄວາມສ່ຽງເປັນປະຈໍາ; ສະນັ້ນ ຖ້າບໍ່ມີກຸ່ມຄົນດັ່ງກ່າວເປັນປ້ອມດ່ານໜ້າປ້ອງກັນ ແລະ ສະກັດກັ້ນໄວ້ ເຊື້ອ ພ ະ ຍ າ ດ ໂ ຄ ວິ ດ ກໍອາດຈະມີການແຜ່ລະບາດໄປສູ່ກຸ່ມຄົນອື່ນໆໄດ້.

ສຳລັບການວັກຊີນກັນ ພ ະ ຍ າ ດ ໂ ຄ ວິ ດ ນີ້ ຜູ້ໜຶ່ງຈະໄດ້ສັກ 2 ເຂັມ ເຊິ່ງໄລຍະຫ່າງລະຫວ່າງເຂັມທີ 1 ແລະ ທີ 2 ແມ່ນ 3 ອາທິດຫາ 1 ເດືອນ ໂດຍເຂັມທີ 1 ຄາດວ່າຈະສັກໃຫ້ສຳເລັດໃນຂອບເຂດທົ່ວປະເທດໃນວັນທີ 20 ມີນາ 2021 ແລະ ຫລັງຈາກນັ້ນຈະສືບຕໍ່ສັກສໍາລັບຮອບທີ 2.

ວັກຊີນທີ່ໄດ້ຮັບການຊ່ວຍເຫລືອ ຈຳນວນ 300.000 ໂດສນີ້ ຈະກວມເອົາພຽງແຕ່ 2% ຂອງພົນລະເມືອງລາວທົ່ວປະເທດ. ປັດຈຸບັນ, ລັດຖະບານລາວ ຍັງໄດ້ສືບຕໍ່ປະສານງານກັບອົງການ COVAX FACILITY ເພື່ອນໍາວັກຊີນກັນ ພ ະ ຍ າ ດ ໂ ຄ ວິ ດ ເຂົ້າມາຕື່ມອີກ ເພື່ອມາສັກໃຫ້ປະຊາຊົນລາວກຸ່ມຄົນທີ່ມີຄວາມສ່ຽງອື່ນໆໃນຂັ້ນຕໍ່ໄປ.
ຂ່າວ: ສິງຄຳ