ຖ້ຳປິວ ຕັ້ງຢູ່ ບ້ານບວມລອງ ເມືອງຄຳ ແຂວງຊຽງຂວາງ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງປ ະຫັ ວ ດ ສ າ ດອັນສຳຄັນຂອງ ຊາວເມືອງຄຳ ແຂວງຊຽງຂວາງກໍ່ຄື ປະຊົນຊາກລາວ ເນື່ອງຈາກເປັນເຫດການ ໂສກອະນາດຕະກຳໝູ່ ທີ່ໜ້າຫົດຫູ່ໃຈທີ່ສຸດເມື່ອປະຊາຊົນ 374 ຊີວິດ ຕ້ອງມ າ ສັງ ເ ວີ ຍແ ກ່ ອາດສະຍາກອນສົງຄາມ ພ້ອມກັນໃນຖ້ຳແຫ່ງນີ້ແບບບໍ່ທັນຮູ້ເມື່ອຄິງ ພຽງເວລາສ້ຽວວິນາທີ.

.

.

.

.

ເລີ່ມແຕ່ປີ 1964 (ສົງຄາມເພີມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມືຫວັງດັບມອດຂະບວນ ການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍຂອງກຳລັງຮັກຊາດດ້ວຍຫຼາຍບັ້ນຮົບ ໃນຂອບເຂດທົ່ວປະເທດ.

.

ຢູ່ຊຽງຂວາງ ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3ກ້ຽງ-ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ.ແຕ່ຍຸດທະສາດບຽດຍຶດ ຂອງພວກເຮົາເຂດປົດປ່ອຍຂອງພວກເຂົາ ໄດ້ຖືກກຳລັງຮັກ ຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນ ຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກ້ວາງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງ ພັກ ໂດຍສະເພາະຂອງຄະນະພັກການທະຫານ ແຂວງຊຽງຂວາງ ອັນມີ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນ ຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ

.

ຍ້ອນການປະລາໄຊ ອັນເຈັບແສບຢູ່ບັ້ນຮົບຕ່າງໆດັງກ່າວ ພວກເຂົາຈຶ່ງເພີ່ມທະວີຝຸງຍົນສູ້ຮົບຍິງທຳລາຍ, ເຜົາຜ່ານເຂດປົດປ່ອຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ ຕະຫຼອດຮອດເຮືອນຊານບ້ານຊ່ອງຂອງປະຊາຊົນເຊັ່ນ: ໂຮງຮຽນ, ໂຮງໝໍ, ວັດວາອາຣາມ ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນຈົນນັບບໍ່ຖ້ວນ. ໃນນັ້ນມີເຫດການໜຶ່ງທີ່ທຸກຄົນອາດລືມໄດ້ນັ້ນກໍ່ຄື ໂສກອະນາດຕະກຳຈາກການຍິງລູກສອນໄຟໃສ່ຖ້ຳປິວ, ເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ອັນໄດ້ເຂັນຂ້າປະຊາຊົນ ທີ່ລີ້ໄພຢູ່ໃນນັ້ນ ເ ສ ຍ ຊີ ວິ ດ ພາບດຽວ 374 ຄົນໃນພຽງສ້ຽວວິນາທີ ດັ່ງນັ້ນ ໃນວັນທີ່ 24 ຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄຫວ້ອາໄລເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດ ຊຶ່ງຕົກເປັນເຫື່ຍອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະ ຫຼ ະ ຊີ ວິ ດ ເລື ອ ດ ເ ນື້ອ ເພື່ອເອກະລາດແຫ່ງຊາດ ເພື່ອຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້
