ວັນທີ 6 ມີນາ 2021 ຢູ່ທີ່ສູນວັດທະນະທຳເດັກ ໄດ້ຈັດຊຸດຝືກອົບຮົມການເປົ່າແຄນ ຊຸດທີ 1 ຂື້ນໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ . ພ້ອມນີ້ຍັງມີຄູອາຈານຈາກສູນວັດທະນະທຳເດັກ , ຕ່າງໜ້າຄູອາຈານຈາກ 3 ໂຮງຮຽນຄື : ໂຮງຮຽນປະຖົມຈອມແກ້ວ , ໂຮງຮຽນປະຖົມສຸນັນທາ ແລະ ໂຮງຮຽນປະຖົມໄຊຍະພູມພ້ອມດ້ວຍນ້ອງນັກຮຽນທັງ 3 ໂຮງຮຽນເຂົ້າຮ່ວມອົບຮົມ.

.

ເພື່ອເປັນການອະນຸລັກຮັກສາ ແລະ ສືບທອດວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຄຽງຄູ່ໄວ້ສູ່ເຊັ່ນລູກເຊັ່ນຫລານ ພ້ອມທັງເຮັດໃຫ້ເດັກໃຊ້ເວລາຫວ່າງໃຫ້ເປັນປະໂຫຍດນັ້ນ ທາງສູນວັດທະນະທຳເດັກແຂວງ ສະຫວັນນະເຂດ ຈື່ງໄດ້ຈັດການຝືກອົບຮົມການເປົ່າແຄນຂື້ນ ໃຫ້ແກ່ນ້ອງນັກຮຽນຈຳນວນ 6 ນ້ອງພາຍໃນ 3 ໂຮງຮຽນໄດ້ຮຽນຮູ້ ແລະ ສືບທອດສູນລະປະວັດທະນະທຳອັນດີງາມຂອງຊາດລາວນີ້ໄວ້ໃຫ້ຄົງຢູ່ ເຊິ່ງການຮຽນການສອນແມ່ນໄດ້ຈັດຂື້ນທຸກໆເສົາອາທິດ
