ໂດຍອີງໃສ່ຂໍ້ມູນແຈ້ງຄວາມຂອງຜູ້ເສຍຫາຍວ່າ: ເວລາ 16:30 ນາທີ ຂອງວັນທີ 5 ມີນາ 2021 ໄດ້ມີຄົນຮ້າຍລັກລົດໃຫຍ່ປະເພດ ວີໂກ້ ໝາຍເລກທະບຽນ (ກຜ 7269) ຢູ່ໜ່ວຍ 57 ບ້ານແສງສະຫວ່າງ ເມືອງໄຊເສດຖາ ຈາກຂໍ້ມູນດັ່ງກ່າວ ປກສ ເມືອງ, ປກສ ກຸ່ມວັງຊາຍ, ອຳນາດການປົກຄອງບ້ານ ແລະ ປກສ – ກອງຫຼອນ ບ້ານແສງສະຫວ່າງ ໄດ້ສົມທົບກັນແໜ້ນກວດກາ, ພິສູດບັນດາເປົ້າໝາຍທີ່ມີການເຄື່ອນໄຫວຢູ່ພື້ນທີ່, ສົມທົບກວດກາຂໍ້ມູນທາງດ້ານເຕັກນິກວິຊາສະເພາະ ຈຶ່ງສາມາດກໍານົດໄດ້ເປົ້າໝາຍ ແລະ ຮອດເວລາ 00 ໂມງ 30 ນາທີ ຂອງເຊົ້າວັນທີ່ 6 ມີນາ 2021 ສາມາດຈັບໄດ້ເປົ້າໝາຍລັກລົດ ຊື່ທ້າວ ພຸດທະວົງ ອາຊີບຫວ່າງງານ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ພ້ອມເກັບກູ້ໄດ້ຜົນເສຍຫາຍ.

ຜົນການສອບສວນເບື້ອງຕົ້ນເປົ້າໝາຍລັກລົດຄັ້ງນີ້ມີປະຫວັດຜ່ານມາເປັນຜູ້ເ ສ ບ ຢ , ລັກງັດແງະ, ທຸບແວນລົດ ເຊິ່ງເຄີຍຖືກກັກ ແລະ ດຳເນີນຄະດີມາກ່ອນ.

ຈາກການແກ້ໄຂຄະດີຕ່າງໆຜ່ານມາ ແລະ ຄະດີນີ້ເຫັນໄດ້ວ່າ: ຂໍ້ມູນຫຼັກຖານຈາກພາບກ້ອງວົງຈອນປິດ ມີສ່ວນຊ່ວຍສຳຄັນໃນການຕິດຕາມ ແລະ ຢັ້ງຢືນເຫດການ, ຕົວບຸກຄົນທີ່ມີສ່ວນກ່ຽວຂ້ອງກັບຄະດີ, ສະນັ້ນ ກອງບັນຊາການ ປກສ ນວ ສະເໜີຂໍ້ແນະນຳມາຍັງ ຄອບຄົວພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຫົວໜ່ວຍທຸລະກິດ ຢູ່ນະຄອນຫຼວງວຽງຈັນ ຄວນຕື່ນ ຕິດຕັ້ງກ້ອງວົງຈອນປິດໃນພື້ນທີ່ເຮືອນຊານ ແລະ ເສັ້ນເຂົ້າອອກເຮືອນ ສະຖານທີ່ດຳເນີນທຸລະກິດຂອງຕົນ ຖ້າເກີດມີເຫດການບໍ່ເພິ່ງປາດຖະໜາ ກໍ່ຈະມີຫຼັກຖານສຳຄັນໃຫ້ແກ່ວຽກງານສືບສວນ ເພື່ອແກ້ໄຂເຫດການ ແລະ ເກັບກູ້ຜົນເສຍຫາຄືນມາ