ໃນວັນທີ 9 ມີນາ 2021 ນີ້ແຂວງອັດຕະປື ໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດ ໂຄວິດ19 ເຂັມທໍາອິດ ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ປະກອບມີ: ຄະນະນໍາຂອງແຂວງ,ເມືອງ,ພະນັກງານພະນັກງານແພດ-ໝໍ, ບັນດາຜູ້ໃຫ້ບໍລິຫານນັກທ່ອງທ່ຽວ,ເຈົ້າຂອງເຮືອນ ພັກ, ໂຮງແຮມ, ຮ້ານອາຫານ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ພາກສ່ວນອື່ນໆ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປທ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື,ມີອໍານວຍການໂຮງໝໍ, ພ້ອມດ້ວຍພະນັກງານແພດ-ໝໍ ເຂົ້າຮ່ວມ.

ທ່ານ ປທ ອິນປັນ ອິນທິລາດ ໄດ້ກ່າວມີຄໍາເຫັນວ່າ: ວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງຄັ້ງນີ້ ເປັນວັກຊິນທີ່ລັດຖະ ບານລາວໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ, ປັດຈຸບັນລັດຖະບານລາວເຮົາ ຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດ ໂຄວິດ19 ເຂົ້າມາຕື່ມອີກ ເພື່ອທີ່ຈະນໍາມາສັກໃຫ້ປະຊາຊົນລາວ ກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ. ແຂວງອັດ ຕະປື ມີເປົ້າໝາຍເບື້ອງຕົ້ນຈະໄດ້ຮັບວັກຊິນມີທັງໝົດ 4 ພັນຄົນ ແລະ ຂະບວນການສັກວັກຊິນເທື່ອນີ້ ໄດ້ເລີ່ມສັກແຕ່ວັນທີ 9 - 18 ມີນາ 2021 ຈິ່ງສໍາເລັດ.

ໂອກາດດັ່ງກ່າວທ່ານ ປທ ອິນປັນ ອິນທິລາດ ໄດ້ເຂົ້າຮັບການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເປັນຜູ້ທໍາອິດຂອງແຂວງ ທັງນີ້ກໍ່ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍ ທີ່ຈະສັກວັກຊີນໃນຂັ້ນຕໍ່ໄປ.

ຂ່າວ: ສີຫົງ