ໃນດືອນພຶດສະພາ 2021, ແຂວງຫຼວງນໍ້າທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ, ເຮັດໃຫ້ມີພາຫະນະເປ່ເພເລັກນ້ອຍ 23 ຄັນ, ເປ່ເພສົມຄວນ 18 ຄັນ, ໃຊ້ການບໍ່ໄດ້ 6 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 65 ຄົນ, ສາຫັດ 29 ຄົນ ແລະ ເສຍຊີວິດ 4 ຄົນ. ຜູ້ທີ່ປະສົບອຸບັດຕິເຫດມີພະນັກງານ 4 ຄົນ, ປະຊາຊົນ 39 ຄົນ ແລະ ນັກຮຽນນັກສຶກສາ 10 ຄົນ.

No description available.

ຮອ ແຕະ ອຸດົມ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ ໃຫ້ຮູ້ວ່າ: ໃນເດືອນຜ່ານມາ, ຜູ້ຂັບຂີ່ສ່ວນໃຫຍ່ກໍປະຕິບັດກົດລະບຽບການສັນຈອນໄດ້ດີເທົ່າທີ່ຄວນ, ແຕ່ໃນທາງກົງກັນຂ້າມ ຍັງພົບເຫັນຜູ້ຂັບຂີ່ຈໍານວນໜຶ່ງ ຍັງບໍ່ທັນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ. ດ້ວຍເຫດນີ້ເອງ, ຈຶ່ງເຮັດໃຫ້ໃນເດືອນກຸມພາທີ່ຜ່ານມາ ເກີດອຸບັດຕິເຫດທັງໝົດທັງໝົດ 30 ຄັ້ງ. ໃນນີ້, ລົດຈັກຕໍາລົດຈັກ 6 ຄັ້ງ, ລົດຈັກຕຳກັບລົດໃຫຍ່ 12 ຄັ້ງ, ລົດຈັກຕຳກັບລົດຖີບ 1 ຄັ້ງ, ລົດໃຫຍ່ປິ້ນເອງ 4 ຄັ້ງ, ລົດຈັກຕໍາຄົນຍ່າງ 2 ຄັ້ງ, ລົດຈັກລົ້ມເອງ 3 ຄັ້ງ, ລົດໃຫຍ່ຕໍາຄົນຍ່າງ 1 ຄັ້ງ ແລະ ລົດຈັກຕຳງົວ 1 ຄັ້ງ, ທຽບໃສ່ເດືອນຜ່ານມາຫຼຸດລົງ 12 ຄັ້ງ.

No description available.

ຈາກອຸບັດຕິເຫດທີ່ເກີດຂຶ້ນ ເຈົ້າໜ້າທີ່ສະຫຼຸບໄດ້ວ່າ: ເກີດຈາກຜູ້ຂັບຂີ່ລົດປະໝາດຂາດສະຕິ, ດື່ ມ ສິ່ ງ ມື ນເ ມົ າແລ້ວຂັບຂີ່ລົດໄວ, ບໍ່ປ່ອຍສິດ, ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ. ສະນັ້ນ ເຈົ້າໜ້າທີ່ຈຶ່ງຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງເປັນເຈົ້າໃນການປະຕິບັດກົດລະບຽບການສັນຈອນທີ່ວາງອອກໃຫ້ດີທີ່ສຸດ.

Leave a Reply

Your email address will not be published. Required fields are marked *