ໃນລະຫວ່າງວັນທີ 5 ມີນາ 2021 ຜ່ານມາ ທ່ານ ນາງບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ ພ້ອມຄະ ມີທ່ານ ຖາວອນ ໄຊຍະເຄື່ອງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ, ທ່ານ ບຸນລັດລໍບານເຢັນ ກຳມະການພັກເມືອງຫົວໜຫ້ອງການສຶກສາ ແລະກິລາເມືອງ, ທ່ານບຸນລັບ ວໍລະວົງ ນັກທຸລະກິດ ຜູ້ຮັບເໝົາກໍ່ສ້າງ ແລະສ້ອມແປງເສັ້ນທາງ, ພ້ອມດ້ວຍການຈັດຕັ້ງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

.

ເສັ້ນທາງດັ່ງກ່າວນີ້ແມ່ນເສັ້ນທາງປູດ້ວຍດິນແດງ ຜ່ານຈຸດບ້ານຕ່າງໆຄື ບ້ານຜັກຂະຍ່າ, ໜອງເດີ່ນ, ໜອງບົວ, ກຸດຊຸງ, ສົ້ມໂຮງ ມີຄວາມຍາວທັງໝົດປະມານ 10 ພັນກວ່າແມັດ, ກ້ວາງ 5 ແມັດ ແລະໄດ້ກໍ່ສ້າງມາຫຼາຍປີໃນແຕ່ລະປີພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການບົວລະບັດຮັກສາພ້ອມກັນສ້ອມແປງໃນທຸກໆປີ, ການສຳຫຼວດໃນຄັ້ງນີ້ແມ່ນໄດ້ກຳນົດຂອບເຂດຄວາມຮັບຜິດຊອບໃຫ້ກັບແຕ່ລະບ້ານຮັບຜິດຊອບສ້ອມແປງ

ໂດຍການຕົກລົງເຫັນດີຮ່ວມກັນໃນ 5ບ້ານ, ແມ່ນມອບໃຫ້ທ່ານ ບຸນລັບ ວໍລະວົງ ເປັນຜູ້ຮັບເໝົາສ້ອມແປງທັງໝົດໃນງົບປະມານເບື້ອງຕົ້ນ 40 ກວ່າລ້ານກີບ ເຊິ່ງເປັນທຶນຂອງພໍ່ແມ່ປະຊາຊົນໃນ 5ບ້ານດັ່ງກ່າວ, ສ່ວນການສ້ອມແປງແມ່ນໄດ້ຕົກລົງກັນໃນໜ້າວຽກທີ 1 ເກຣດຮ່ອງລະບາຍນຳ້ໄຫຼສອງຂ້າງທາງ, ບຸກເບີກຂອບທາງບ່ອນທາງແຄບໃຫ້ກວ້າງອອກໄດ້ມາດຕະຖານ, ໜ້າວຽກທີ 2 ຖົມໜ້າທາງດ້ວຍດິນແດງຕາມຈຸດທີ່ເປັນບວກ, ໜອງເລິກມີນຳ້ຂັງໃນຊ້ວງລະດູຝົນໃຫ້ສູງຂຶ້ນ ແລະວາງທໍ່ນຳ້ໄຫຼລອດທາງຕາມຈຸດທີ່ມີເງື່ອນໄຂ ເພື່ອບໍ່ໃຫ້ນຳ້ຂັງໄຫຼຜ່ານໜ້າທາງເຮັດໃຫ້ທາງເປ່ເພໄດ້ໃນຊ້ວງລະດູຝົນ, ນັ້ນກໍ່ເພື່ອເຮັດໃຫ້ການສັນຈອນໄປມາຫາສູ່ຂອງພໍ່ແມ່ປະຊາຊົນລະຫວ່າງບ້ານຫາບ້ານ, ບ້ານຫາເມືອງສະດວກສະບາຍຂຶ້ນຕະຫຼອດປີ.

.

.

.

.

.

ຜູ້ສື່ຂ່າວ ເມືອງອາດສະພອນ 041255011.