ເຈົ້າໜ້າທີ່ ປກສ ກຸ່ມສີໄຄ ແລະ ອຳນາດການປົກຄອງບ້ານສີໄຄທົ່ງ ມີຄວາມຕັດສິນໃຈເຂົ້າກວດກາແກ້ໄຂສະພາບການຄ້າຂາຍ ແລະ ມົ້ ວ ສຸ ມ ຢ ຢູ່ ຮ້ານອິນເຕີເນັດຄ່າເຟ່ຢູ່ຫຼັງຕະຫຼາດສີໄຄ ໃນວັນທີ 06 ມີນາ 2021 ເວລາ 18:00ໂມງ ໄດ້ຈຳນວນ 2ຮ້ານຄື:

May be an image of 3 people, people sitting and indoor

ຮ້ານທີ່ 1: ກວດພົບໄວຫຼຸ້ນຄ້າຂາຍ ແລະ ມົ້ ວ ສຸ ມ ຢ ຈຳນວນ 6 ຄົນ, ຍິງ 0 ຄົນ ພົບຂອງກາງ ຢ ຈຳນວນ 100ເມັດ.

ຮ້ານທີ່ 2: ກວດພົບ 5ຄົນ, ຍິງ 1 ຄົນ, ພົບຂອງກາງ ຢ ຈຳນວນ 68ເມັດ. ຈຶ່ງໄດ້ກັກຕົວມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ຈາກຫາງສຽງຂອງສັງຄົມ ແລະຜົນການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ວິຊາສະເພາະຕຳຫຼວດເຫັນວ່າ ບັນດາຮ້ານອິນເຕີເນັດຄາເຟ່, ຮ້ານສະນຸກເກີ ຈຳນວນໜື່ງເປັນຈຸດທີ່ກຸ່ມຄົນບໍ່ດີສວຍໃຊ້ເປັນສະຖານທີ່ຊື້ຂາຍ ແລະ ມົ້ ວ ສຸ ມ ຢ . ສະນັ້ນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການໃຫ້ເອົາໃຈໃສ່ສະກັດກັ້ນບໍ່ໃຫ້ມີປະກົດການເຫຼົ່ານັ້ນເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບ.

ເພື່ອສະກັດກັ້ນການເພີ່ມຂຶ້ນຂອງການຄ້າຂາຍ ແລະ ມົ້ ວ ສຸ ມ ຢ ຢູ່ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ປກສ ກຸ່ມບ້ານ ສົມທົບແໜ້ນກັບອຳນາດການປົກຄອງ ແລະ ກຳລັງ ປ ກ ສ ກອງຫຼອນບ້ານຕ່າງໆ ໃນພື້ນທີ່ຂອງຕົນກວດກາເກັບກຳຂໍ້ມູນວາງແຜນ ແລະ ດຳເນີນມາດຕະການຕ່າງໆ ສ ະ ກັ ດ ກັ້ ນ ແລະ ແກ້ໄຂສະພາບ ຢ ໃຫ້ຫຼຸດລົງ.

Leave a Reply

Your email address will not be published. Required fields are marked *