ອີງຕາມການລາຍງານຂ່າວຂອງ ສູນຂ່າວສານການແພດສຸຂະສຶກສາ ວັນທີ 4 ມີນາ 2021 ນີ້ໃຫ້ຮູ້ວ່າ:
ລັດຖະບານລາວຈະເພີ່ມງົບປະມານ 10 ລ້ານ ໂດລາສະຫະລັດໃສ່ໂຄງການ ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ.
ທັງນີ້, ງົບປະມານດັ່ງກ່າວແມ່ນງົບປະມານກູ້ຢືມດອກເບ້ຍຕໍ່າຈາກທະນາຄານໂລກ ເພື່ອຊຸກຍູ້ໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19. ໂຄງການນີ້ຈະສົ່ງຜົນກະທົບທາງບວກດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປັບປຸງລະບົບການເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນພະຍາດ ໂຄວິດ-19 ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ.
ທັງນີ້, ທາງໂຄງການໄດ້ເປີດຊ່ອງທາງຮັບຄໍາຄິດເຫັນເພື່ອປັບປຸງໂຄງການເຊິ່ງທ່ານ ສົ່ງຄຳຄິດເຫັນຂອງທ່ານໄດ້ກ່ອນວັນທີ 19 ມີນາ 2021 ຜ່ານອີເມວ khaikham.xyp@gmail.com ແລະ ຜ່ານຂໍ້ຄວາມເບີໂທ ວອດແອັບ :+856 20 55227775 ; +8562055989225