ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 3 ມີນາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢ ເມືອງນາຊາຍທອງ ນວ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບ້ານຊົງເປືອຍ. ຜ່ານການກວດກາພົບເຫັນກຸ່ມໄວຫຼຸ້ນ 15 ຄົນ, ຍິງ 0 ຄົນ, ພ້ອມຢາເສບຕິດປະເພດ ຢ ຈຳນວນ 129 ເ ມັ ດ ຈຶ່ງໄດ້ກັກຕົວມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ຜ່ານການດຳເນີນວຽກງານສະກັດກັ້ນ ແລະແກ້ໄຂຄະດີອາຍາທົ່ວໄປຢູ່ ນະຄອນຫຼວງວຽງຈັນ ເຫັນໄດ້ວ່າບັນຫາ ຢ ເປັນຕົ້ນເຫດກໍ່ໃຫ້ເກີດອ າ ດ ຊ ະ ຍ າ ກຳ ທາງອາຍາອື່ນໆ ມີເຖິງ 80-90% ເປັນຕົ້ນການໃຊ້ຄວາມຮຸນແຮງໃນຄອບຄົວ, ຄ າ ດຕ ະກຳ, ປຸ້ນຊັບ, ຊີງຊັບ, ລັກຊັບ, ຈັບຕົວທວງໜີ້, ອຸບັດຕິເຫດຕາມທ້ອງຖະໜົນ, ກໍ່ອາລະວາດຕີກັນ ແລະ ອື່ນໆ.

ເພື່ອຈຳກັດບໍ່ໃຫ້ ອ າ ດ ຊ ະ ຍ າ ກຳ ຕ່າງໆເກີດຂຶ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ປົກຄອງເດັກ, ໄວໜຸ່ມ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມລູກຫຼານໃຫ້ຫ່າງໄກ ຢ . ບັນດາຫົວໜ່ວຍທຸລະກິດທີ່ເມີນເສີຍປະປ່ອຍໃຫ້ສະຖານທີ່ຂອງຕົນເປັນຈຸດມົ້ວສຸມ, ຄ້າຂາຍ ແລະ ຢ ຖ້າຜົນການສອບສວນຮູ້ວ່າເປັນຜູ້ອຳນວຍຄວາມສະດວກກໍ່ຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຂອງ ສປປ ລາວ.

May be an image of 1 person and sitting

Leave a Reply

Your email address will not be published. Required fields are marked *