ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນບ່າຍວັນທີ 5 ມິນາ 2021ວ່າ: ປະຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 ປະເທດ,ເຂດ, ຜູ້ຕິດເຊື້ອສະສົມ 116,185,068 ຄົນ, ເສຍຊິວິດສະສົມ 2,580,215 ຄົນ ແລະ ປິ່ນປົວດີ 91,842,941 ຄົນ;

ປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 29,515,751 ຄົນ ແລະ ເສຍຊີວິດສະສົມ 533,360 ຄົນ; ອັນດັບ 2 ແມ່ນ ປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 11,173,567 ຄົນ,

ສະເພາະ ສປປ ລາວ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,414 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໃຫ້ຮູ້ເຖິງວຽກງານກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວ່າ: ວັນທີ 4 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 2 ຄົນ ຄື:

ກໍລະນີທີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບ: ກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ,ປະເທດໄທ, ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ.

ກໍລະນີທີ 47 ເປັນເພດຊາຍ, ອາຍຸ 26 ປີ, ອາຊີບ: ກໍາມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ.

ປະຫວັດການເດີນທາງ: ວັນທີ 2 ມີນາ 2021 ພວກກ່ຽວທັງ 2 ຄົນ ໄດ້ເດີນທາງຈາກແຂວງປະທຸມທານີ ຫາແຂວງໜອງຄາຍ ແລະ ມາຮອດ ສປປ ລາວ ໃນວັນທີ 3 ມີນາ 2021, ຫຼັງຈາກນັ້ນ ພວກກ່ຽວ ໄດ້ຖືກນຳສົ່ງເຂົ້າໄປຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຖືກກໍານົດໄວ້ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 (ທັງ 2 ຄົນ ແມ່ນບໍ່ມີອາການສະແດງຫຍັງ) .

ໃນວັນທີ 4 ມີນາ 2021 ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19, ປະຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ, ນອນຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ໃນນະຄອນຫຼວງວຽງຈັນ. ຈາກນັ້ນຄະນະສະເພາະກິດໄດ້ຕິດຕາມຜູ້ສຳຜັດໃກ້ຊິດມີທັງໝົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາກວດ ເຫັນວ່າ ບໍ່ພົບເຊື້ອ ແລະ ສືບຕໍ່ເຝົ້າລະວັງ ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດ ຈົนຄົບ 14ວັນ.

• ສັງລວມການກວດວິເຄາະ ນັບເເຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 116,182 ຕົວຢ່າງ, ກວດພົບເຊື້ອສະສົມ 47 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 5 ຄົນ ແມ່ນສຶບຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກໍານົດໄວ້.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ຕື່ມວ່າ: ປະເທດເພື່ອນບ້ານຂອງພວກເຮົາ ມີລາຍງານຜູ້ຕິດເຊື້ອໃໝ່ ເພິ່ມຂຶ້ນໃນແຕ່ລະວັນ ພາຍໃນປະເທດ ເຊິ່ງສ່ວນໃຫຍ່ ແມ່ນມີປະຫວັດສຳຜັດໃກ້ຊິດ ນໍາຜູ້ທີ່ຕິດເຊື້ອໂຄວິຕ-19; ຕໍ່ສະພາບການດັ່ງກ່າວ ຂໍການຮ່ວມມືນຳພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ຍົກສູງສະຕິຄວາມຮັບຜິດຊອບ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນໍາພະຍາດ ໂຄວິດ-19 ເຂົ້າມາແຜ່ລະບາດໃນປະເທດເຮົາຮອບໃໝ່ ແລະ ຂະຫຍາຍເປັນວົງກວ້າງ; ສຳລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ແມ່ນປະຕິບັດຕາມຄຳແນະນໍາຂອງຄະນະສະເພາະກິດ ສະບັບເລກທີ 3087/ສພກ, ລົງວັນທີ 26 ກຸມພາ 2021 ແລະ ແຈ້ງການ ເລື່ອງການນຳໃຊ້ເຄື່ອງຕິດຕາມທາງການແພດ ແລະ ປະກັນໄພ COVID-19, ສະບັບເລກທີ 3018/ສພຫ, ລົງວັນທີ 02 ມີນາ 2021 ພ້ອມດຽວກັນນັ້ນ ທຸກຄົນຕ້ອງໄດ້ຈໍາກັດບໍລິເວນຈົນຄົບຕາມກໍານົດ ຈຶ່ງສາມາດອອກ
ໄປເຄື່ອນໄຫວໃນສັງຄົມຕາມປົກກະຕິໄດ້.

Leave a Reply

Your email address will not be published. Required fields are marked *