ວັນທີ 1 ມີນາ 2021 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ຂັ້ນສູນກາງ, ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງມາຕິດຕາມ, ຢ້ຽມຢາມການຈັດຕັ້ງປະຕິບັດ ການເຝົ້າລະວັງ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ຢູ່ເມືອງເງິນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສີທະນົນໄຊ ທອງເທພາ ຮອງເຈົ້າເມືອງເງິນ, ຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ 19 ຂັ້ນເມືອງ.

ທ່ານ ສີທະນົນໄຊ ທອງເທພາ ໄດ້ໃຫ້ຮູ້ວ່າ: ເມືອງເງິນ ເປັນເມືອງທາງຜ່ານ ແລະ ມີດ່ານສາກົນນ້ຳເງິນ ເຊິ່ງເປັນສິ່ງທ້າທາຍ ແລະ ມີຄວາມສ່ຽງຫລາຍ. ດັ່ງນັ້ນ, ທາງໜ່ວຍສະເພາະກິດຂັ້ນເມືອງ ໄດ້ສົມທົບກັບຫ້ອງການສາທາລະນະສຸກ ແລະ ດ່ານສາກົນນ້ຳເງິນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງຢ່າງໃກ້ສິດ, ຕັ້ງຈຸດກັ່ນກອງ, ວັດແທກອຸນະພູມ ຢູ່ດ່ານສາກົນນ້ຳເງິນ ໂດຍສະເພາະແມ່ນແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ທີ່ຜ່ານດ່ານສາກົນນ້ຳເງິນ ພ້ອມທັງລາຍງານການຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆໃນໄລຍະ.

ການລົງມາຕິດຕາມໃນຄັ້ງນີ້, ຄະນະສະເພາະກິດຂັ້ນສູນກາງ ໄດ້ລົງຕິດຕາມກວດກາ ສະຖານທີ່ຕົວຈິງຈຸດກັ່ນກອງ, ວັດແທກອຸນະພູມ ຢູ່ດ່ານສາກົນນ້ຳເງິນ, ສະຖານທີ່ຄັດແຍກຢູ່ສູນໃຫຍ່ປະຈຳເມືອງ,ສະຖານທີ່ກັກບໍລິເວນ 14 ວັນຢູ່ທີ່ໂຮງໝໍຫລັງເກົ່າ, ສະຖານທີ່ ເກັບຕົວຢ່າງ ແລະ ສະຖານທີ່ ແຍກປ່ຽວ ຢູ່ໂຮງໝໍຊຸມຊົນ ເມືອງເງິນ.