ພະນັກງານເຮັດວຽກໃນ 3 ກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ ຢູ່ແຕ່ລະແຂວງທົ່ວປະເທດລວມມີ: ກຸ່ມພະນັກງານແພດໝໍທີ່ມີຄວາມສ່ຽງ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບເປັນພະຍາດໂຄວິດ ຢູ່ແຕ່ ລະໂຮງໝໍ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ກຸ່ມຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນນັບແຕ່ຜູ້ອະນາໄມຈົນຮອດຜູ້ບໍລິຫານ ຈະໄດ້ຮັບວັກຊິນໂຄວິດ ຈຳນວນ 3 ແສນໂດສ ເຊີ່ງເປັນວັກຊິນທີ່ລັດ ຖະບານລາວໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ ໂດຍຈະເລີ່ມສັກໃຫ້ກຸ່ມເປົ້າໝາຍເຂັມທໍາອິດໃນລະຫວ່າງວັນທີ 5-12 ມີນາ ແລະ ເຂັມທີ 2 ລະຫວ່າງວັນທີ 5-10 ເມສາ 2021.

.

ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃຫ້ສໍາພາດໃນໂອກາດທີ່ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ຈັດກອງປະຊຸມແນະນຳການແຈກຢາຍວັກຊິນໂຄວິດ ທີ່ລາວເຮົາໄດ້ຮັບການຊ່ວຍເຫລືອຈາກລັດຖະ ບານຈີນ ຈຳນວນ 3 ແສນໂດສ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 2 ມີນາ 2021 ວ່າ: ກຸ່ມເປົ້າໝາຍຢູ່ແຕ່ລະແຂວງທົ່ວປະ ເທດຈະໄດ້ຮັກວັກຊິນຄັ້ງນີ້ ຈະບໍ່ເທົ່າກັນເພາະການແຈກຢາຍວັກຊິນແມ່ນຂຶ້ນກັບຈຳນວນປະຊາກອນ ແລະ ດ່ານສາກົນທີ່ມີຢູ່ແຕ່ລະແຂວງ ໂດຍຈະອະນຸຍາດໃຫ້ກຸ່ມເປົ້າ ໝາຍເຂົ້າໄປຮັບການສັກວັກຊິນຢູ່ໂຮງໝໍສູນກາງ, ໂຮງໝໍແຂວງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ, ສ່ວນແພດໝໍທີ່ຈະບໍລິການສັກວັກຊິນແມ່ນໄດ້ຮັບການເຝິກອົບຮົມຈາກພາກສ່ວນກ່ຽວຂ້ອງຮຽບຮ້ອຍແລ້ວ.

ດຣ. ພອນປະເສີດ ອຸນາພົມ ໃຫ້ຮູ້ຕື່ມວ່າ: ສໍາລັບວັກຊິນ ໂ ຄ ວິ ດ ທີ່ໄດ້ຮັບການຊ່ວຍເຫລືອຈາກຈີນໃນຄັ້ງນີ້ ມີຄວາມປອດໄພດີ ເພາະຜ່ານການສັກໃຫ້ກຸ່ມເປົ້າໝາຍຢູ່ຂັ້ນສູນກາງຈຳນວນ 1.000 ກ່ວາຄົນທີ່ສຳເລັດແລ້ວຜູ້ລະ 2 ເຂັມເຫັນວ່າທຸກຄົນປອດໄພດີ ແລະ ບໍ່ມີຜົນຂ້າງຄຽງເກີດຂຶ້ນ. ຢ່າງໃດກໍ່ຕາມ ສໍາລັບຂັ້ນຕອນກ່ອນການເຂົ້າຮັບວັກຊິນ ໂ ຄ ວິ ດ ຂອງກຸ່ມເປົ້າໝາຍຢູ່ແຕ່ລະແຂວງຕ້ອງໄດ້ປະຕິບັດຕາມທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ ກຳນົດໄວ້.

ອີງຕາມຂໍ້ມູນການແຈກຢາຍວັກຊິນໂຄວິດ-19 ຈຳນວນ 3 ແສນໂດສດັ່ງກ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແຕ່ລະແຂວງ ມີດັ່ງນີ້:
ອັດຕະປື 4.000 ຄົນ
ບໍ່ແກ້ວ 4.900 ຄົນ
ບໍລິຄຳໄຊ 4.700 ຄົນ
ຈຳປາສັກ 16.600 ຄົນ
ຫົວພັນ 4.400 ຄົນ
ຄຳມ່ວນ 6.800 ຄົນ
ຫຼວງນໍ້າທາ 5.000 ຄົນ
ຫຼວງພະບາງ 6.800 ຄົນ
ອຸດົມໄຊ 5.000 ຄົນ
ຜົ້ງສາລີ 4.800 ຄົນ
ເຊກອງ 2.000 ຄົນ
ສາລະວັນ 9.600 ຄົນ
ສະຫວັນນະເຂດ 22.200 ຄົນ
ນະຄອນຫຼວງວຽງຈັນ 29.300 ຄົນ
ແຂວງວຽງຈັນ 6.000 ຄົນ
ຊຽງແຂວງ 4.600 ຄົນ
ໄຊສົມບູນ 1.700 ຄົນ
ໄຊຍະບູລິ 9.900 ຄົນ
ສູນແມ່ ແລະເດັກ ຫຼັກ 3 1.700ຄົນ
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຄໍາກອງ ກິດຕິຄຸນ