ຈາກກໍລະນີ ປະຊາຊົນພົບ ເດັກຊາຍ ເກີດໃໝ່ ທີ່ຖືກເອົາໃສແກັດ ມາຖິ້ມປະໄວ້ເຂດ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 1 ມີນາ 2021.

ໄດ້ຄູ່ສາມີພັນລະຍາ ໄດ້ຮັບລ້ຽງເປັນບຸດບຸນທໍາ ພ້ອມຕັ້ງຊື່ວ່າ: ທ່າວພອນປະເສິດ ພົງມະໄລວັນ.

ກໍ່ຂໍອວຍພອນໃຫ້ເດັກນ້ອຍໃຫຍ່ສູງ ແລະ ຄໍ້າຄູນ ພໍ່ແມ່ບຸນທໍາເດີ.

.

.

ຂ່າວກ່ອນໜ້ານີ້

ລາຍງານຈາກປະຊາຊົນ ທາງເຟສບຸກ ນາງສັ້ນ ບົວແພງ ໃຫ້ຮູ້ວ່າ: ໃນ ຕອນເຊົ້າຂອງມື້ນີ້ວັນທີ 1 ມີນາ 2021 ເວເລາ 6_30ນາທີ, ແມ່ຮັກຂ້ອຍມາລ້າງຫ້ອງນ້ຳທີ່ຮ້ານ, ແລ້ວໄດ້ຍີນສຽງເດັກນ້ອຍໄຫ້ເລີຍຍ່າງໄປເບີ່ງແມ່ນມີເດັກນ້ອຍເກິດໃຫມ່ມາຖີ້ມ. ແມ່ໃຈບາບຖີ້ມໄດ້ແມ້ແຕ່ລູກຂອງໂຕເອງຊ່ວຍກັນແຊ່ຕໍ່ໃຫ້ແມ່ໃຈບາບທີຖີ້ມລູກຂອງໂຕເອງເຫັນເດີ້.

ຈຸດທີ່ພົບແມ່ນເຂດບ້ານໂນນສະອາດ ຫຼັກ 19, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ເດັກນ້ອຍເປັນເພດຊາຍ, ແຂງແຮງດີ.

ຂໍໃຫ້ເຈົ້າໄດ້ໄປຢູ່ກັບຄອບຄົວ ທີ່ຮັກ ແລະ ລ້ຽງດູເຈົ້າເດີ. ແມ່ຜູ່ບັງເກີດເກົ້າເຈົ້າອາດຈະໝົດປັນຍາທີ່ຈະລ້ຽງ. ແລະ ຂໍໃຫ້ເຈົ້າຄໍ້າຄູນພໍ່ແມ່ບຸນທໍາເຈົ້າເດີ, ບັກຫໍານ້ອຍ.

Leave a Reply

Your email address will not be published. Required fields are marked *