ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນສູນກາງລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຫົງສາ.ໃນຕອນແລງຂອງວັນທີ 28 ກຸມພາ 2021 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຫົງສາ, ຕິດຕາມນໍາພາໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ, ເຊິິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ດາວວິນ ລາດສະກິດ ຮອງເລຂາພັກເມືອງ ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນເມືອງ ພ້ອມດ້ວຍຄະນະນໍາຂອງເມືອງເຂົ້້າຮ່ວມຢູ່ທີ່ຮ້ານອາຫານຫົງສາລີສອດ, ໃນໂອກາດນີ້ກໍ່ໄດ້ຮັບຟັງການລາຍງານວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນແຂວງໄຊຍະບູລີ ຈາກທ່ານເພັດພິໄຊ ສູນວິໄລ, ຫຼັງຈາກນັ້ນໃນຕອນເຊົ້າຂອງວັນທີ 1 ມີນາ 2021 ຄະນະສະເພາະກິດຂັ້ນສູນກາງກໍ່ໄດ້ລົງຕິດຕາມກວດກາ ເບີ່ງສະຖານທີ່ຕົວຈິງສູນກັກກັນຊົ່ວຄາວໂຮງແຮມອະນຸເພັດ, ຫ້ອງປິ່ນປົວຄົນເຈັບກໍລະນີກວດພົບເຊື້່ອໂຄວິດ 19 ຢູ່ໂຮງໝໍຊຸມຊົນເມືອງຫົງສາ ເພື່ອຮັບປະກັນສາມາດຮອງຮັບແຮງງານຈາກຕ່າງປະເທດທີ່ເຂົ້າມາສ້ອມແປງໂຮງງານໄຟຟ້າຫົງສາ, ໃນໂອກາດດັ່ງກ່າວນີ້ກໍ່ໄດ້ມອບອຸປະກອນການແພດຈໍານວນໜຶ່ງໃຫ້ໂຮງໝໍຊຸມຊົນເມືອງຫົງສາ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ຫຼັງຈາກນັ້ນກໍ່ໄດ້ໄປຢ້ຽມຢາມ ໂຄງການໄຟຟ້າຫົງສາ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄະທາຍຸດ ຊູພູນ ອຳນວຍໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ ພ້ອມດ້ວຍຄະນະ, ໃນໂອກາດນີ້ກໍ່ໄດ້ຮັບຟັງການລາຍງານກ່ຽວກັບມາດຕະການໃນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ19 ຢູ່ພາຍໃນໂຮງງານ, ໂດຍປະຕິບັດຕາມແຈ້ງການຂອງລັດຖະບານກໍ່ຄືຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນສູນກາງ, ບໍລິສັດກໍ່ໄດ້ປະສານສົມທົບກັບເມືອງ, ແຂວງ ແລະ ກະຊວງຈັດຕັ້ງປະຕິບັດຕາມແຈ້ງການຢ່າງເຂັ້ມງວດ, ເຫັນວ່າໃນໄລຍະຜ່ານມາເມືອງຫົງສາ ບໍ່ມີການລະບາດຂອງພະຍາດໂຄວິດ19. ພ້ອມດຽວກັນນີ້ ຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 ຂັ້ນນສູນກາງກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງເມືອງຫົງສາ ກໍ່ຄືບໍລິສັດ ທີ່ສາມາດປ້ອງກັນພະຍາດດັ່ງກ່າວນີ້ໄດ້ ພ້ອມນັ້ນທ່ານຍັງໄດ້ໃຫ້ທິດຊີ້ນໍາໃຫ້ບໍລິສັດໄຟຟ້າຫົງສາ ຮ່ວມກັບພະແນກສາທາລະນະສຸກແຂວງໄຊຍະບູລີ ສ້າງສູນວິເຄາະເພື່ອກວດຫາເຊື້ອພະຍາດດັ່ງກ່າວໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ, ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ແຮງງານຜູ້ຊ່ຽວຊານຈາກຕ່າງປະເທດເຂົ້າມາສ້ອມແປງໂຮງງານໃຫ້ທ່ວງທັນຕາມກຳນົດເວລາ. ຫລັງຈາກນັ້ນ, ກໍ່ໄດ້ໄປກວດກາເບິ່ງສະຖານທີ່ກັກກັນຊົ່ວຄາວ ແລະ ບ່ອນຮອງຮັບຄົນເຈັບກໍລະນີກວດພົບເຊື້ອຢູ່ໃນໂຮງໄຟຟ້າຫົງສາຕື່ມອີກ.




ພາບ-ຂ່າວ: ຄຳຫລ້າ ຄຳວິໄລ.