ກົມການເມືອງສູນກາງພັກ ແຈ້ງການຍຸບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ມາດຕາ 1 ຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວສັບຊ້ອນວຽກງານ ດັ່ງນີ້:
1. ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງສຶກສາທິການ ແລະ ກິລາ;
2. ສັບຊ້ອນວຽກງານເຕັກໂນໂລຊີ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
3. ສັບຊ້ອນວຽກງານມາດຕະຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ;
4. ສັບຊ້ອນສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄປຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້;
5. ມອບໂອນວຽກງານພະລັງງານທົດແທນ ແລະ ວັດສະດຸໃໝ່ ໄປໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່
6. ສັບຊ້ອນ ແລະ ໂຮມກົມຊ່ວຍໜູນ ເຊັ່ນ: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າກັບກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ແລະ ກະຊວງອຸດສາຫະກໍາແລະ ການຄ້າ;
7. ສັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄປເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ກະຊວງອຸດສາຫະກໍາ ແລະ ການຄ້າ; ແລະ ກະຊວງ, ອົງການອື່ນ ຫຼື ຫັນລົງທ້ອງຖິ່ນ ຕາມຄວາມເໝາະສົມ;

.
