ລາຍງານຈາກປະຊາຊົນ ທາງເຟສບຸກ ນາງສັ້ນ ບົວແພງ ໃຫ້ຮູ້ວ່າ: ໃນ ຕອນເຊົ້າຂອງມື້ນີ້ວັນທີ 1 ມີນາ 2021 ເວເລາ 6_30ນາທີ, ແມ່ຮັກຂ້ອຍມາລ້າງຫ້ອງນ້ຳທີ່ຮ້ານ, ແລ້ວໄດ້ຍີນສຽງເດັກນ້ອຍໄຫ້ເລີຍຍ່າງໄປເບີ່ງແມ່ນມີເດັກນ້ອຍເກິດໃຫມ່ມາຖີ້ມ. ແມ່ໃຈບາບຖີ້ມໄດ້ແມ້ແຕ່ລູກຂອງໂຕເອງຊ່ວຍກັນແຊ່ຕໍ່ໃຫ້ແມ່ໃຈບາບທີຖີ້ມລູກຂອງໂຕເອງເຫັນເດີ້.

ຈຸດທີ່ພົບແມ່ນເຂດບ້ານໂນນສະອາດ ຫຼັກ 19, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ເດັກນ້ອຍເປັນເພດຊາຍ, ແຂງແຮງດີ.
ຂໍໃຫ້ເຈົ້າໄດ້ໄປຢູ່ກັບຄອບຄົວ ທີ່ຮັກ ແລະ ລ້ຽງດູເຈົ້າເດີ. ແມ່ຜູ່ບັງເກີດເກົ້າເຈົ້າອາດຈະໝົດປັນຍາທີ່ຈະລ້ຽງ. ແລະ ຂໍໃຫ້ເຈົ້າຄໍ້າຄູນພໍ່ແມ່ບຸນທໍາເຈົ້າເດີ, ບັກຫໍານ້ອຍ.