ຂໍໃຫ້ທຸກທ່ານອ່ານ ແລະເເອົາມາເປັນບົດຮຽນ
ສະບາຍດີແອັດມິນ
ຂອ້ຍມີເລື່ອງທຸກໃຈຫລາຍແຮງ ບໍ່ຮູ້ຊີເວົ້າຊິປືກສາໃຜ
ແອັດມິນຂອ້ຍຕອ້ງເຮັດແນວໃດ ຕອ້ງເຮັດແບບໃດຈຶ່ງຊິລອດອອກຈາກສິ່ງຊິເປັນຢູ່ຕອນນີ້
ຄອບຄົວທາງພໍ່ແມ່ກະບໍ່ຊວ່ຍຫຍັງເພາະພໍ່ຕັດຂາດບໍ່ຮັບເປັນລູກຍອ້ນສ້າງແຕ່ບັນຫາໜີ້ສິນຕ່າງໆ ສວ່ນຜົວກະຫາພໍແຕ່ຊື້ນົມລູກໄປມື້ໆຫາເຊົ້າກີນຄ່ຳບໍ່ຮູ້ເຂົາຊິປະຊີຖີ້ມມື້ໃດທາງພີ່ນອ້ງເຂົາຢາກໃຫ້ປະໃຫ້ຖີ້ມຍອ້ນໜີ້ສິນ
ເລື່ອງເກີດຈາກການຊາຍຜ້າຜິດປາກທີ່2020ເດືອນ2ທີ່ຜ່ານມານີ້ ຂອ້ຍກະໄດ້ຕິດຕໍ່ຂາຍຜ້າປິດປາກກັບ2-3ຄົນຢູ່ໄທ ຂອ້ຍຖືກຜູ້ຊາຍຄົນ1ຕົ້ມ210.000฿ແລະຜູ້ຍິງຄົນ1ຕົ້ມ47,500฿ແລະຜູ້ສຸດທ້າຍ5,000฿
ພໍແຕ່ຂອ້ຍຮູ້ວ່າຖືກເຂົາຕົ້ມໂຕເອງນອນບໍ່ໄດ້ກີນບໍ່ລົງ ໄດ້ແຕ່ໄຫ້ລະກະນອນລະເມີວ່າຊິເຮັດຈັງໃດເຮັດແບບໃດ ທັງໆທີ່ໂຕເອງຖືພາໄດ້ເດືອນປາຍ(ບໍ່ຮູ້ໂຕ)ຂອ້ຍບໍ່ກີນເຂົ້າອື່ມຈັກມື້ກີນມື້ລະ3-4ຄຳເປັນເວລາ2ອາທິດເຕັມໆມີແຕ່ໄຫ້ລະກະກີນນ້ຳ
ຂອ້ຍເປັນໜີ້ແບບບໍ່ຮູ້ໂຕ ຈັບຫັນໃສ່ໜີ້ຈັບໜີ້ໃສ່ຫັນກະບໍ່ພໍແຖມໜີ້ເພີ່ມຂື້ນອີກ ເປັນໜີ້ໜູ່ໂຕເອງ13ລ້ານ ໜູ່ຜົວ5ລ້ານ ຂອ້ຍດີ້ນລົ້ນພາທຸກທາງທີ່ໄດ້ ງ ຢືມ ທນຄ ເພື່ອລົງທືນຂາຍເຄື່ອງກະລົ້ມ ເອົາຫຍັງມາຂາຍກະລົ້ມໜົດທຸກຢ່າງ ຂອ້ຍບໍ່ຮູ້ຊິເຮັດແນວໃດທໍ້ແທ້ໄປໜົດທອ້ງກະເລີ່ມໃຫ່ຍໄດ້5-6ເດືອນແຮງຄິດຫລາຍຄິດໜັກຈັກຊິຫາ ງ ໃຊ້ໜີ້ຈັກຊິຫາ ງ ເກີດລູກ ຂອ້ຍມືດ8ດ້ານໄປໜົດ ຈົນຂອ້ຍເຫັນເຂົາໂພສຫວຍອອນໄລຂອ້ຍກະຄິດຢາກຫລີ້ນຫວຍເອົາມື2ຫວຍ10ລ້ານ15ມື້ເປຍເທື່ອ1ຂອ້ຍກະເກັບ5ເກັບ10ໃສ່ໄປຈົນຊິຮອດມື້ເປຍກະຖືກເຂົາຕົ້ມອີກ(ຊິວິດຕອນຖືພາຖືກເຂົາຕົ້ມບໍ່ເຊົ່າ)ຂອ້ຍຢ້ານຜົວຂອ້ຍດ່າຮ້າຍຍອ່ນເອົາ ງ ທີ່ເກັບ5ເກັບ10ໄປຫລີ້ນຫວຍຈົນໜົດຂອ້ຍຈຶ່ງຕັດສິນໃຈເຂົ້າຫວຍດວ່ນ5ມື້ເປຍຫວຍ5ລ້ານເອົາມື1ຄູ່4ຫັກລົບທຸກຢ່າງຍັງ ງ 2ລ້ານກະເອົາໄວ້ຈ່າຍຄ່າໄຟຄ່ານັ້ນນີ້ຮອດ5ມື້ຈ່າຍຈ່າຍ2ລ້ານອີກ ງ ບໍ່ພໍເພາະຈ່າຍຄ່າໄຟຄ່ານ້ຳໄປນຳ ຍັງ ງແຕ່ລ້ານກັບປາຍໜອ້ຍດຽວ ຈຶ່ງຫລີ້ນອີກເພີ່ມອີກ ຜົນສຸດທ້າຍຄືໜີ້ຖົ້ມໜີ້ຖົ້ມໜີ້ ຈາກເປັນໜີ້17-18ລ້ານກະເພີ່ມຂື້ນເລື້ອຍໆ.
ຈົນຂອ້ຍເກິດລູກມີ ເງິນ 8ແສນກີບຕິດໂຕທັງຜົວທັງເມຍໄຄແຕ່ຄ່າໂຮງໜໍບໍ່ແພງອອກທຳມະຊາດເສຍ ເງິນ 6ແສນປາຍນົມໃຫ້ລູກກີນບໍ່ມີ ງ ເຕົ້ານົມຊື້ນົມຈ່າຍຄ່ານັ້ນນີ້ມາເຮືອນມີ ງ 36ພັນໜົດໂຕຊິຊື້ຖ່ານກະບໍ່ມີ ງ ເຂົ້າສານກະບໍ່ມີຕັດສິນໃຈໄປຊື້ເຂົາ2ໂລກັບໜູ່ຟອຍກັບ1 ຖ່ານແມ່ເຂົາເອົາໃຫ່ເປົາແດງ1ຖົງ ມື້ມາເຮືອນທຳອິດທຸລັງທຸເລນ້ຳຕົ້ມຢຸ່ກຳບໍ່ມີຊິເຂົ້າໄຟກະຢ້ານຖ່ານໜົດຢູ່ກຳເຢັນທິດ1ພາຍໃນທິດນັ້ນຂອ້ຍກີນເຂົ້າກັບນ້ຳຕາທຸກມື້ທຸກຄາບຈັກເຈົ້າໜີ້ໂທນຳໂທດ່າໂທປອ້ຍນັ້ນນີ້ຕ່າງໆໄດ້ແຕ່ແນມໜ້າລູກລະກະໄຫ້ເຈົ້າໜີ້ບາງຄົນກະຮູ້ເຫດຜູ້ຜົນບາງຄົນບໍ່ສົນໃຜຊິລົ້ມຊິຕາຍກະຢ່າເອົາ ງ ຢ່າງດຽວຂູ່ແນວນັ້ນແນວນີ້ ຂູ່ຊິມາເຮືອນຜົວຊິມາລົມຊິມາເວົ້ານັ້ນນີ້
ຂອ້ຍຜູ້ບໍ່ຢາກໃຫ້ຜົວຮູ້ຫລືພີ່ນອ້ງຜົວຮູ້ຈຶ່ງຂໍອອ້ນວອນເຂົາຈົນຊິນົບຕີນຄັນນົບຕີນໄດ້ກະນົບເລີຍຕິແຕ່ບໍ່ຢູ່ນຳກັນຊື່ໆຂອ້ຍຢ້ານແຮງຈຶ່ງລົມກັບຜົວຕັດສິນໃຈຂາຍລົດຖີ້ມໆ5ລ້ານຂາຍໄດ້ ງ ມາມາຊື້ຜ້າອອ້ມກັບຜ້າຕຸ້ມລູກ3ຜືນເພາະຕອນເກີດມີຜືນດຽວຜ້າອອ້ມເຂົາເອົາໃຫ້ຊື້ເຄື່ອງນຸ້ງລູກຊື້ເຂົ້າຊື້ຖ່ານຊື້ແນວກີນມາໄວ້ໜົດເງີນ1ລ້ານ ຍັງ ງ 4ລ້ານຊິເຮັດແນວໃດດີເຈົ້າໜີ້ທັງດ່າທັງປອ້ຍທັງຂູ່ຊິປະຈານທັງຂູ່ຈັບຂູ່ເຮັດເຄື່ອງເຮັດຂອງໃສ່ ຂອ້ຍກະຈ່າຍໜີ້ໄປ3ລ້ານຍັງ ງ 1ລ້ານຂອ້ຍແພງໄວ້ຊື້ນົມລູກເພາະນົມຂອ້ຍມີບໍ່ພໍໃຫ້ລູກກີນເພາະກີນແຕ່ນ້ຳຮອ້ນຕົ້ມໃສ່ເຄື້ອງຢານາງແດງ.
ປານນັ້ນຍັງບໍ່ພໍຂອ້ຍບໍ່ຮູ້ຊິເຮັດແນວໃດຜູ້ໃດກະຮູ້ຢາກໄດ້ເອົາ ງ ເຂົາມາ4-5ລ້ານໃຊ້ເຂົາທົບເຄີ່ງຍັງບໍ່ໜົດ
ໄລ່ດອກແນວນັ້ນນີ້ຕ່າງໆ
ຄືສະຫລຸບຕອນນີ້ຂອ້ຍເປັນໜີ້ເກືອບ70ລ້ານເຈົ້າໜີ້6-7ຄົນ
ຂອ້ຍບໍ່ຮູ້ຊິເຮັດແນວໃດແອັດມິນ
ເຂົາບີບຂອ້ຍທຸກຢ່າງເຂົາຢາກໄດ້ເງີນ
ທີ່ຜ່ານມາຂອ້ຍກະທະຍອ່ຍຈ່າຍແຕ່ບໍ່ໜົດຈັກເທື່ອຍອ້ນດອກເພີ່ມຂື້ນຕະຫລອດ
ຂອ້ຍບໍ່ຮູ້ຂອ້ຍຊິເຮັດແນວໃດແບບໃດຕອນນີ້ຂອ້ຍຄິດຜິດຄິດຜິດແທ້ໆທີ່ເຂົ້າວົງການຫວຍອອນໄລ ຫລື ກຸ້ມຫວຍPOP ອີກ2-3ມື້ນິຄັນຂອ້ຍບໍ່ຈ່າຍໃຫ້ເຂົາ ເຂົາຊີເອົາລົງສາວໄສ້ ຫລື ປະຈານລົງເພສ ເຟສຕ່າງໆແທ້ໆ
ຂອ້ຍອຸກໃຈຫລາຍທີ່ເຮັດໃຫ້ຄອບຄົວລຳບາກພໍ່ແມ່ກະຫາເຊົ້າກີນຄ່ຳເພີ່ນບໍ່ຮູ້ຊິຊວ່ຍແບບໃດເຮືອນກະອາໄສເຂົາຢູ່ຄວາມທຸກ
ຕອນນີ້ຂອ້ຍມືດ8ດ້ານຫັນໄປທາງໃດກະກຳແພງໜາໆຕັນໄວ້ໜົດຂອ້ຍຄິດຊິຂ້າໂຕຕາຍແຕ່ຄິດເຫັນໜ້າລູກອີ່ຕົນລູກ ແຕ່ໂຕເອງຢູ່ກະຢູ່ບໍ່ມີຄວາມສຸກ
ຂອ້ຍບໍ່ຮູ້ຊິເຮັດແບບໃດຕອນນີ້
ບໍ່ມີໃຜຊວ່ຍຂອ້ຍໄດ້ເລີຍ ຕົ້ນເຫດເກີດຈາກໂຕຂອ້ຍເອງແທ້ໆຢາກໄປເຮັດວຽກກະບໍ່ມີໃຜເອົາລູກໃຫ້ ບາງເຈົ້າໜີ້ແຮງຂູ່ຊິເອົາລູກຂອ້ຍເພື່ອລົບໜີ້(ຈັກຂູ່ຫລືເຂົາຊິເຮັດແທ້ມື້ໃດບໍ່ຮູ້) ຕອນນີ້ຂອ້ຍຢ້ານຂອ້ຍບໍ່ຮູ້ຊິຫາໃສມາໃຊ່ໜິ້ຕັ້ງ60-70ລ້ານຂອ້ຍຕາຍແທ້ໆ
ໃນຄວາມຄິດຂອ້ຍຕອນນີ້ຢາກຂາຍເຄື່ອງແຫ້ງ ຫລື ເຄື່ອງນຸ້ງເກັບ10-ເກັບ20ໄປແຕ່ລະມື້ຢາກມີຮ້ານຂາຍເປັນຂອງໂຕເອງເພື່ອຊິເອົາລູກນຳຂາຍເຄື່ອງໄປນຳ ຄິດກະໄດ້ແຕ່ຄິດ ໂຕເອງຊິເອົາປັນຍາໃສມາລົງທືນຂາຍເຄື່ອງຫາ ງ ໃຊ້ໜີ້ ຊິຂາຍອອນໄລກະພໍແຕ່ໂພສຮູບປຸບເຈົ້າໜີ້ກະທວ້ງປັບເມັ້ນປັບ.
ຂອ້ຍບໍ່ຮູ້ຂອ້ຍຊິເຮັດແນວໃດແອັດມິດ
ຂອບໃຈທີ່ອ່ານລະຮັບຟັງຄັນຂອ້ຍຍັງມີຊິວິດຢູ່ກະຂໍໃຫ້ແມັດອິດຕອບແລະໃຫ້ຄຳປືກສາແດ່ມີທາງອອກທີ່ດີແນວໃດ
ຄັນຖ້າຂອ້ຍຕາຍກອ່ນໜີ້ສິນຂໍໃຫ່ແອັດມິນເປັນສື່ກາງເລື່ອງລາວຊິວິດຂອ້ຍໃຫ່ເປັນອຸທາຫອນໃຫ້ກັບຫລາຍໆຄົນທີ່ຫລົງຜິດຫລີ້ນຫວຍອອນໄລ ແລະ ຫວັງຢາກລວຍໄວລົງທືນສ່ຽງໆເງີນໂຕເອງ20ປາຍລ້ານຖືກເຂົາຕົ້ມແຖມເພີ່ມໜີ້ຈາກສິບປາຍລ້ານຈົນ60-70ລ້ານ
ຂອບໃຈ🙏🙏🙏






