ໃນວັນທີ່ 28 ກຸມພາ 2021 ເວລາ 19:36 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດຂັບລົດໃຫຍ່ຕໍາກັບລົດໃຫຍ່ ຢູ່ເສັ້ນທາງບ້ານ ແສນສຸກ ນະຄອນຫລວງພຣະບາງ, ແຂວງຫລວງພຣະບາງ.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ08ຄົນເພດຍິງ02ຄົນອາການບາດເຈັບເບື້ອງຕົ້ນ:

  • +ຜູ້ທີ່01:ຊື່ທ້າວຄຳຈັນ ອາຍຸ25 ປີ ບ້ານຢູ່ປັດຈຸບັນ ບ້ານເດີ່ນຂິລາ ເມືອງບຸນເຫນືອ ແຂວງຜົ້ງສາລີ ແມ່ນມີບາດແຜເລີ້ນຢູ່ໂຫນກແກ້ມເບື້ອງຂວາ
  • +ຜູ້ທີ່02:ທ້າວສາຄອນ ອາຍຸ24ປີ ບ້ານຫີນຕີບ ເມືອງຫີນເຫີບ ແຂວງວຽງຈັນ ມີບາດແຜຊ້ຳຢູ່ແກ້ມແລະແຫນ້ນຫນ້າເອິກ
  • +ຜູ້ທີ່03:ທ້າວອ່ອນສີ ອາຍຸ25ປີ ແມ່ນໝົດສະຕິ
  • +ຜູ້ທີ່04: ທ້າວເທັ່ງລີ່ ອາຍຸ25ປີ ບ້ານຢູ່ປັດຈຸບັນບ້ານ ສ້ຽວ ເມືອງປາກອູ ແຂວງຫລວງພະບາງ ມີບາດແຜຈີກຢູ່ຫົວເຂົ່າ
  • +ຜູ້ທີ05:ນາງເກັ່ງທໍ່ ອາຍຸ20ປີ ບ້ານຢູ່ປັດຈຸບັນບ້ານສ່ຽວ ເມືອງປາກອູ ແຂວງຫລວງພະບາງ ມີບາດແຜຈີກຢູ່ຄິ້ວ,ກ້ອງຕາ, ຄາງ
  • +ຜູ້ທີ່06:ນາງ ສ້ອຍ ອາຍຸ17ປີ ບ້ານຢູ່ປັດຈຸບັນ ປາກອູ ເມືອງ ປາກອູ ແຂວງຫລວງພະບາງ ກ້ອງຕາເລີ້ນແລະເຈັບກົກຂາເບື້ອງຊ້າຍ
  • +ຜູ້ທີ່07:ທ້າວອາລັດໄຊ ອາຍຸ34ປີ (ສັນຊາດໄທ)ມີບາດແຜຈີກຢູ່ຫູ, ຫນ້າຜາກແລະຄິ້ວເບື້ອງຂວາ
  • +ຜູ້ທີ່08: ທ້າວຕິສັກ ອາຍຸ23ປີ ບ້ານປຸ່ງມາ ເມືອງປາກລາຍ ແຂວງຫລວງພະບາງ ເຈັບບ່າໄຫລ່, ແຄ່ງແລະກົກຂາເບື້ອງຊ້າຍ

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວ
ຫລວງພະບາງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ ແລະ ໂຮງຫມໍບໍລິເວນ107

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ

🚑050110001513810001🚑
ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑🚑🚑

ຕິດຕໍ່ເຂົ້າເບີ 0309211625

Leave a Reply

Your email address will not be published. Required fields are marked *