ເປັນເລື່ອງລາຍທີ່ແສນປະທັບໃຈ ເມື່ອຜູ່ໃຊ້ເຟສບຸກ Phoutsavut Phrommany ໄດ້ຂຽນເລື່ອງລາວ ທີ່ພໍ່ຂອງລາວໄດ້ເຮັດສາຍແຂນໜັກ 5 ບາດເຮ່ຍ, ແລ້ວພົນລະເມືອງດີເກັບໄດ້ ນໍາມາສົ່ງຄືນ.

ນາງໄດ້ຂຽນວ່າ: ວັນທີ 27 ກຸມພາ 2021 ພໍ່ຂ້ອຍໄດ້ເຮັດຄຳເຮ່ຍຢູ່ແຄມທາງບໍລິເວນບ້ານນາແກ ແຂວງສະຫວັນນະເຂດ ເວລາ 5-6 ໂມງ ມີຄູ່ບ່າວສາວຂີ່ລົດກາຍທາງເກັບໄດ້ ແລ້ວກັບມາຖາມຫາເຈົ້າຂອງຮອດ 2 ເທື່ອ. ເທື່ອທຳອິດບໍ່ມີໃຜຮູ້ເລີຍຕອບວ່າບໍ່ມີຂອງໃຜແຕ່ພວກເຂົາກະບໍ່ຍອມກັບມາຖາມອີກເທື່ອ1 ບັງເອີນຂ້ອຍກຳລັງອອກໄປຫາພໍດີເຫັນກັນ. ເລີຍໄດ້ຄືນວາດສະຫນາຄັນບຸນບໍ່ມີ ສິໄດ້ຄືນບໍ ຄັນຄົນທີ່ເກັບບໍດີ ສິໄດ້ຄືນບໍ່. ຍ້ອນບໍ່ເຄີຍເອົາຂອງຄົນອຶ່ນ. ຍ້ອນບໍ່ເປັນຄົນໂລບມາກເລີຍເຈີຄົນດີໆແບບພວກເຈົ້າຂໍໃຫ້ພວກເຈົ້າເປັນຄົນດີແບບນີ້ຕະຫລອດໄປ. ຂໍໃຫ້ຄວາມດີເທື່ອນີ້ເຮັດໃຫ້ພົບແຕ່ສິ່ງດີໆໃຫ້ໄດ້ກວ່ານີ້100 ເທົ່າ 1000 ເທື່ອ.

ຜູ່ເກັບໄດ້ທັງສອງທ່ານ ຢູ່ດ້ານຂ້າງ, ເຈົ້າຂອງແມ່ນ ສອງທ່ານທີ່ຢ່ທາງກາງ

ທີ່ມາ

ຊົມເຊີຍພົນລະເມືອງດີທັງສອງ ແລະ ຂໍໃຫ້ມີແຕ່ຄວາມຈະເລີນໃນຊີວິດ ເດີ.. ຂໍໃຫ້ຮັກສາຄວາມດີນີ້ໄວ້ຊົ່ວກາລະນານ.

ນີ້ແມ່ນເຟສບຸກຂອງພົນລະເມືອງດີທັງສອງ

Leave a Reply

Your email address will not be published. Required fields are marked *