ເວລາ 9:30ໂມງ ຂອງວັນທີ 27 ກຸມພາ 2021 ສະຖານີຕຳຫຼວດແກ້ໄຂເຫດສຸກເສີນ 1191 ໄຊສົມບູນ ເມືອງໄຊທານີ ໄດຮັບແຈ້ງເຫດຈາກອໍານາດການປົກຄອງບ້ານສ້າງຫົວບໍ່ວ່າມີຄົນອາລະວາດຄອບຄົວ, ເຈົ້າໜ້າທີ່ຈຶ່ງໄດ້ລົງໄປສະຖານທີ່ເກີດເຫດພົບເຫັນຜູ້ຊາຍຄົນໜຶ່ງກຳລັງໃຊ້ ອ າ ວຸ ດ ປື ນນ າບຄູ່ພໍ່ແມ່ ແລະ ປະຊາຊົນອ້ອມຂ້າງເຮືອນ ເຈົ້າໜ້າທີ່ຈຶ່ງເຂົາສະກັດກັ້ນ ແລະ ຈັບກຸມ ແລ້ວກວດກາພົບເຫັນ ມີ ດ 1 ດວງ, ປື ນ ດັ ດ ຍິ ງ ລູກແວງ 1 ກະບອກ, ອຸປະກອນດັດແປງປືນ, ລູກປືນ 04 ລູກ ແລະ ລູກຫວ່ານຈຳນວນໜຶ່ງ ພ້ອມນຳຕົວຜູ້ກ່ຽວມາດຳເນີນການສືບສວນ-ສອບສວນ.

ສ່ວນຄະດີດັ່ງກ່າວ ພາຍຫຼັງສືບສວນ-ສອບສວນ ຈະແຈ້ງແລ້ວແມ່ນຈະລາຍງານຜົນການສືບສວນ-ສອບສວນພາຍຫຼັງ.
ຈາກເຫດການກໍລະນີນີ້ສະແດງໃຫ້ເຫັນວ່າຜູ້ປົກຄອງເມີນເສີຍຕໍ່ການເຄື່ອນໄຫວບໍ່ດີຂອງລູກຫຼານຕົນເອງ ຈົນເຮັດໃຫ້ຜູ້ກ່ຽວ ຕິ ດ ຢ ຮ້າຍແຮງ ແລະ ກ້າວໄປເຖິງກໍ່ຄວາມເປັນອັນຕະລາຍຕໍ່ຄອບຄົວຕົນເອງ.

ຍ້ອນຄວາມເປັນຫ່ວງເປັນໃຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງຜູ້ປົກຄອງເອົາໃຈໃສ່ຕິດຕາມ ແລະ ສຶກສາອົບຮົມລູກຫຼານໃຫ້ເປັນປົກກະຕິ, ຖ້າມີເຫດການ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.