ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 25 ກຸມພາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢ ປກສ ເມືອງສີສັດຕະນາກ ສົມທົບກັບ ປກສ ກຸ່ມຈອມແຈ້ງ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້.
ຜ່ານການກວດກາພົບເຫັນກຸ່ມໄວຫຼຸ້ນ 15 ຄົນ, ຍິງ 2 ຄົນ, ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອ້ 3 ຖົງນ້ອຍ ຈຶ່ງໄດ້ກັກຕົວ ແລະ ຍຶດຂອງກາງມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ການຊື້-ຂາຍ ແລະ ມົ້ວສຸມ ຢ ເປັນການທຳລາຍໄວໜຸ່ມທີ່ເປັນໜໍ່ແໜງຂອງປະເທດຊາດ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດປະກົດການຫຍໍ້ທໍ້ປຸ້ນ ຈີ້, ຊີ ງຊັ ບ, ລັກຊັບ, ອ າ ລະ ວ າ ດ ຕີກັນ, ຄອບຄົວບໍ່ສະຫງົບ ແລະອື່ນໆ.