ນະຄອນຫຼວງວຽງຈັນ: ລາຍງານຈາກ ເຈົ້າໜ້າທີ່ໃຫ້ຮູ້ວ່າ ໃນຕອນບ່າຍວັນທີ 25 ກຸມພາ 2021 ເກີດອຸບັດຕິເຫດ ຮຸນແຮງ ທີທາງເຂດບ້ານສົມສະຫວາດ ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ. ລົດຈັກໄດ້ຂີ່ອອກຈາທາງຮ່ອມ ມາດ້ວຍຄວາມໄວ ໄດ້ຕໍາເອົາລົດລາກ. ເຮັດໃຫ້ຜູ່ຂັບລົດຈັກຂາຫັກ.

ຈາກຂໍ້ມູນກ້ອງວົງຈອນປິດ ແມ່ນລົດຈັກກໍາລັງຂີ່ອອກຈາກທາງຮ່ອມ ຈະລ້ຽງຂວາ ແລ້ວບັງເອີນ ມີລົດ ໃຫຍ່ ລ້ຽວໂຄ້ງເຂົ້າ, ເຮັດໃຫ້ລົດຈັກ ຫັກລົບກະທັນຫັນ, ຈິ່ງໄປຕໍາເອົາລົດລາກ.
ທາງເຈົ້າໜ້າທີ່ຈະດໍາເນີນການກວດສອບ ເພາະອຸບັດຕິເຫດ ຄັ້ງນີ້ ລົດໃຫຍ່ທີ່ລ້ຽວເຂົ້າຮ່ອມ ມີສ່ວນເຮັດໃຫ້ເກີດອຸບັດຕິເຫດ ເພາະລ້ຽວເຂົ້າຮ່ອມ ແບບບໍ່ປອດໄພ.

ຄລິບຕອນເກີດເຫດ 1
ຄລິບຕອນຕໍາ 2