ພໍ່ຄົນໜຶ່ງ…ກຳລັງເຕືອນສະຕິລູກສາວຂອງເຂົາວ່າ…”ຄົນບາງຄົນເໝາະສົມກັບລູກ ແຕ່…ເຂົາບໍ່ຮັກລູກຄົນບາງຄົນຮັກລູກ ແຕ່…ເຂົາບໍ່ເໝາະສົມກັບລູກ ຖ້າຢາກຮູ້ວ່າເຂົາຮັກຈິງຫຼືບໍ່ ຢ່າໃຊ້ຫູຟັງ ແຕ່ຈົ່ງໃຊ້ຕາເບິ່ງ ວ່າເຂົາຈະທຸ້ມເທຕໍ່ລູກສັກພຽງໃດ.

คู่หนุ่มสาว จูบ คู่ - ภาพฟรีบน Pixabay

ຫາກຢາກຮູ້ວ່າເຂົາເໝາະສົມກັບລູກ ຫຼືບໍ່ ຢ່າຕັດສີນເຂົາວ່າ ມີອັນໃດ? ແຕ່ຈົ່ງຕັດສິນຈາກຮອຍຍີ້ມຂອງລູກ ແລະນໍ້າຕາທີ່ຕ້ອງຫຼັ່ງໄຫຼເພາະເຂົາ.

จูบ ที่รัก ในความรัก - ภาพฟรีบน Pixabay

ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີນັ້ນ ຕໍ່ໃຫ້ພຽບພ້ອມປານໃດກໍ່ຢ່າເລືອກຝາກຊີວິດໄວ້.

Slowmotion of Silhouette of Happy Stok Videosu (%100 Telifsiz) 11673503 |  Shutterstock

ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດ ກໍ່ຄຸ້ມຄ່າທີ່ຈະຝາກຊີວິດໄວ້.

จูบ ที่รัก ในความรัก - ภาพฟรีบน Pixabay

“ຈົ່ງເລືອກເໝື່ອຍເພາະຫົວ ຢ່າເລືອກສະບາຍຕົວ ແຕ່ຮ້ອງໄຫ້ທຸກມື້”

ເລືອກຄົນທີ່ເກັບຮູບເຮົາ ໄວ້ໃນກະເປົາເງິນຂອງເຂົາ

ເລືອກຄົນທີ່ກ້າໂພສຮູບເຮົາ ໄວ້ໜ້າໄທມ໌ໄລນ໌ຂອງເຂົາ

ເລືອກຄົນທີ່ກ້າໃຫ້ເຮົາ ຮູ້ຄວາມເຄື່ອນໄຫວຂອງເຂົາ

ເລືອກຄົນທີ່ກ້າທຸ່ມເທ ຄວາມຮັກໃຫ້ກັບເຮົາ.

Silhouette of Couple Hugging and : vidéos de stock (100 % libres de droit)  21897112 | Shutterstock

າກການຄົບຫາກັນແລ້ວ ເຂົາຄົນນັ້ນບໍ່ໄດ້ຊ່ວຍໃຫ້ເຮົາດູດີຂຶ້ນໃນສາຍຕາຂອງຄົນອື່ນ ພໍ່ຕ້ອງສະແດງຄວາມເສຍໃຈນຳ “ເຈົ້າເລືອກຄົນຜິດແລ້ວ” ເພາະຖ້າຫາກເຂົາຮັກເຮົາຈິງ ເຂົາຈະບໍ່ຍອມໃຫ້ຄົນຮັກຂອງເຂົາຕົກຕໍ່າໃນສາຍຕາຂອງຜູ້ໃດ.

ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດຊີວິດຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດຊົ່ວຄາວ

ຄົນທີ່ຕ້ອງການໃຊ້ຊິວິດກັບເຈົ້າທັງຊີວິດນັ້ນ ເຂົາອາດຈະບໍ່ໄດ້ຊື້ເຂົ້າຂອງ ຫຼື ບອກຮັກເຮົາທຸກມື້ ເພາະເຂົາຈະພະຍາຍາມສ້າງຕົວເພື່ອເຈົ້າ ແລະ ຄອບຄົວ.

ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວນັ້ນ ເຂົາຈະຖວາຍທຸກສິ່ງທຸກຢ່າງໃຫ້ກັບເຈົ້າ ສະເໝືອນວ່າ “ຫາກຂາດເຈົ້າ ເຂົາຂາດໃຈ”

ດັ່ງນັ້ນ “ຜູ້ຊາຍດີໆ ຈະຄິດເຖິງການຮ່ວມຊີວິດ” ສ່ວນ “ຜູ້ຊາຍຊົ່ວໆ ຈະຄິດເຖິງການຮ່ວມຫຼັບນອນ”ທີ່ເວົ້າແບບນີ້ ກໍ່ເພາະພໍ່ເປັນຜູ້ຊາຍ ເຊິ່ງຜູ້ຊາຍຍ່ອມຮູ້ສັນດານແຫ່ງຜູ້ຊາຍໄດ້ດີຍິ່ງກວ່າໃຜໆໃນໂລກນີ້.

Silhouette of couple hugging and admire sunset on beach - Stock Video  Footage - Dissolve

ລູກເອີຍ! ເຈົ້າຮັກຕົວເອງໄດ້ຫຼາຍເທົ່າໃດ ເຈົ້າກໍ່ມີຄ່າແກ່ຕົວເອງ ແລະຄົນອື່ນຫຼາຍເທົ່ານັ້ນ.

ຢ່າເອົາອົກເອົາໃຈຄົນອື່ນຈົນລືມຫ່ວງໄຍຕົວເອງ ຊີວິດໜຶ່ງໆບໍ່ໄດ້ຍາວເໝືອນສາຍໄຟຟ້າ ລູກຈົ່ງຈົດຈຳໄວ້ວ່າ “ຫາກການມີຄູ່ແລ້ວເປັນທຸກ ຢູ່ຄົນດຽວນັ້ນແຫຼະດີກ່ວາ ແລ້ວພໍ່າພຽນຮັກສາດວງໃຈນ້ອຍໆຂອງເຈົ້າໃຫ້ເປັນສຸກ ດ້ວຍຕົວເຈົ້າເອງເຖີດ!

CR: Vongphet Phunphanya

Leave a Reply

Your email address will not be published. Required fields are marked *