ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ຈະຮັບເອົາວັກຊິນປ້ອງກັນພະຍາດໂຄວິດ-19 ປະມານ 5 ລ້ານກວ່າໂດສ ຈາກ 2 ແຫຼ່ງຄື: ໂຄງການ COVAX ຈຳນວນ 4,88 ລ້ານໂດສ ແລະ ສັ່ງຊື້ຈາກຜູ້ຜະລິດອື່ນ ປະມານ 117.000 ໂດສ.

Penyakit Komorbid yang Layak dan Belum Layak Vaksin Corona

ຂ່າວລາຍງານວ່າ: ຫວ່າງແລ້ວນີ້, ທ່ານ ເຈືອງກວັກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂຣກລະບາດໂຄວິດ19 ກັບທ້ອງຖິ່ນຕ່າງໆວ່າ: ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການປະຕິບັດສຳເລັດໂດຍພື້ນຖານລະບຽບການຮັບເອົາວັກຊິນປ້ອງກັນພະຍາດໂຄວິດ19 ຂອງບໍລິສັດ COVAX (COVAX facility) ໃນທ້າຍເດືອນ ກຸມພານີ້. ຫວຽດນາມ ຈະຮັບເອົາວັກຊິນປ້ອງກັນພະຍາດໂຄວິດ19 ປະມານ 5 ລ້ານກວ່າໂດສ ຈາກ 2 ແຫຼ່ງຄື: ໂຄງການ COVAX ຈຳນວນ 4,88 ລ້ານໂດສ ແລະ ສັ່ງຊື້ຈາກຜູ້ຜະລິດອື່ນ ປະມານ 117.000 ໂດສ.

May be an image of 1 person

ພ້ອມກັນນີ້, ກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີ 2 ແຜນການ ເພື່ອສັກວັກຊິນປ້ອງກັນພະຍາດໂຄວິດ-19 ໂດຍແຜນການທຳອິດແມ່ນສັກໃຫ້ແກ່ 2 ລ້ານຄົນ ແລະ ແຜນການທີສອງ ແມ່ນ ສັກໃຫ້ແກ່ບຸກຄະລາກອນທີ່ຢູ່ແນວໜ້າປ້ອງກັນ, ສະກັດກັ້ນໂຣກລະບາດ ຈຳນວນ 5 ລ້ານຄົນ.

No photo description available.

ຂ່າວ: ປະຊາຊົນ

Leave a Reply

Your email address will not be published. Required fields are marked *