ພາຍຫຼັງສື່ສັງຄົມອ່ອນລ່າຍອອກແຈ້ງວ່າມີການຈູດຂີ້ເຫຍື້ອຊະຊາຍຢູ່ເສັ້ນທາງ 450 ປີ ເຂດບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສະນັ້ນ, ໃນວັນທີ 22 ກຸມພາ 2021 ເວລາ 14:00ໂມງ ກອງບັນຊາການ ປກສ ນວ ຈື່ງໄດ້ອອກຄຳສັ່ງຊີ້ນຳພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ລົງສົມທົບກັບ ປກສ ເມືອງໄຊທານີ ແລະ ອຳນາດການປົກຄອງບ້ານນາແຄ ລົງເກັບກຳຂໍ້ມູນຢູ່ຂອບເຂດດັ່ງກ່າວຮູ້ໄດ້ວ່າ: ທ້າວ ຮ່ວງກວັກຍົງ ອາຍຸ 26 ປີ, ສັນຊາດຫວຽດນາມ ເຈົ້າຂອງຮ້ານຫຍິບເບາະລົດ ໄດ້ຮັບສາລະພາບວ່າ ໄດ້ບອກກຳມະກອນຂອງຮ້ານເອົາເສດຂີ້ເຫຍື້ອຈາການຫຍິບເບາະລົດໄປຈູດຢູ່ດິນເປົ່າວ່າງໃກ້ເຂດຮ້ານແທ້ເນື່ອງຈາກວ່າບໍ່ມີບ່ອນໄປຖີ້ມ.

ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນຕໍ່ກັບການກະທຳດັ່ງກ່າວແມ່ນການລະເມີດຄຳສັ່ງເລກທີ 001, 002/ຈນວ ວ່າດ້ວຍການເພີ່ມທະວີສະຕິລະວັງຕົວຕໍ່ບັນຫາອັກຄີໄພ ແລະ ຫ້າມບໍ່ໃຫ້ຈູດຂີ້ເຫຍື້ອຊະຊາຍ, ແຕ່ຖ້າຍັງມີການລະເມີດຝ່າຝືນເຮັດອີກແມ່ນຈະໄດ້ດຳເນີນຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມກັນຮັກສາຄວາມສະອາດ, ກວດກາຄືນສາຍໄຟຟ້າ ທີ່ບໍ່ໄດ້ມາດຕະຖານຢູ່ບັນດາເຮືອນ, ຫ້ອງການ, ໂຮງຈັກ, ໂຮງງານຕ່າງໆ, ຫ້າມຖີ້ມ ແລະ ຈູດຂີ້ເຫຍື້ອຊະຊາຍ ທັງນີ້ກໍ່ເພື່ອເປັນການຕ້ານສະກັດກັ້ນເຫດການທີ່ບໍ່ເພິ່ງປາຖະໜາທີ່ອາດຈະເກີດຂຶ້ນ ແລະ ຈະສົ່ງຜົນເສຍຫາຍຕາມມາ ເປັນຕົ້ນແມ່ນເກີດເຫດອັກຄີໄພ ແລະ ສ້າງສິ່ງເປີະເປື້ອນຕໍ່ສິ່ງແວດລ້ອມ.