ໃນວັນທີ 22.02.2021 ເວລາ 16:25 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີອຸປະຕິເຫດຂັບຂີ່ີລົດໃຫຍ່ຕຳຄົນຍ່າງ ຢູ່ບ້ານ ນໍ້າຕອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ01ຄົນ.

ອາການບາດເຈັບເບື້ອງຕົ້ນ: ຜູ້ບາດເຈັບ: ນາງເປມສຸດາ (ເດັກ) ສັນຊາດລາວ ອາຍຸ7ປີ ປັດຈຸບັນຢູ່ບ້ານ ນ້ຳຕອຍ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ
+ມີບາດແຜ: ກະໂຫຼກຫົວແຕກ,ຂາຈີກ,ຂາຫັກ,ຕາມຕົນຕົວເປັນຮອຍຊໍ້າ. (ເສຍຊີວິດໃນທີ່ເກີດເຫດ).

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບແລ້ວສົ່ງພີ່ນ້ອງເພື່ອທຳພິທີຕາມສາສະໜາ

ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ.