ໃນວັນທີ 17 ກຸມພາ 2021, ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໄດ້ນຳເອົາຕົວ ທ້າວ ບຸນມີ ອາຍຸ 59 ປີ ປະຊາຊົນຢູ່ບ້ານບໍ່ ເມືອງຊ່ອນ ແຂວງຫົວພັນ ທີ່ກໍ່ ເ ຫ ດ ຄ າ ດ ຕ ະ ກຳ ລູກໃພ້ ພາຍຫຼັງຜູ້ເສຍຊີວິດປະຕິເສດບໍ່ໃຫ້ຢືມເງິນຊື້ຢາເສບຕິດ ລົງ ທົ ດ ສ ະ ກຳ ທຳເຮັດແຜນຮັບຄຳປະກອບສາລະພາບ ເພື່ອປະກອບໃສ່ສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນ.

ທ້າວ ບຸນມີ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 6 ມິຖຸນາ 2020, ໄດ້ໄປເສຍຫຍ້າໄຮ່ສາລີ ກັບຄອບຄົວ ປະກອບມີ: ລູກຊາຍ, ລູກໃພ້ ແລະ ຫຼານສາວ. ຮອດເວລາ 9:00 ໂມງ ໄດ້ພ້ອມກັນພັກຜ່ອນເອົາແຮງ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຖາມຢືມເງິນນຳ ນາງ ຫວາງ (ຜູ້ເສຍຊີວິດ) ອາຍຸ 31 ປີ ຜູ້ເປັນລູກໃພ້ເພື່ອຈະເອົາໄປຊື້ ຢ ແລະ ຢ ຝິ່ ນ ມ າ ສູ ບ ຈຳນວນ 1.000.000 ກີບ. ແຕ່ຖືກລູກໃພ້ຕອບປະຕິເສດວ່າ ບໍ່ມີເງິນໃຫ້ຢືມ ຜູ້ກ່ຽວຈຶ່ງເວົ້າດ້ວຍຄວາມໃຈຮ້າຍວ່າ ຖ້າບໍ່ໃຫ້ເງິນຈະບໍ່ເສຍຫຍ້າໄຮ່ຊ່ວຍ ແຕ່ກໍຖືກລູກໃພ້ດ່າແລ້ວໄລ່ໜີວ່າຈະໄປທາງໃດກໍໄປ ເຮັດໃຫ້ຜູ້ກ່ຽວໂມໂຫຈົນຄິດຫາທາງຄຽດແຄ້ນ; ຈາກນັ້ນ, ບໍ່ດົນລູກໃພ້ ແລະ ຫຼານສາວ ກໍພາກັນຈັບເອົາຕຸກນ້ຳ ເພື່ອໄປຕັກເອົານ້ຳຢູ່ຫ້ວຍ, ສ່ວນລູກຊາຍ (ຜູ້ເປັນຜົວ) ນັ່ງພັກຜ່ອນຢູ່ຖຽງໄຮ່. ຈາກນັ້ນ, ຜູ້ກ່ຽວໄດ້ຈັບເອົາກ້ອນຫີນ 1 ກ້ອນ ນ້ຳໜັກປະມານ 500 ກຼາມ, ມີດແຫຼມ 1 ດວງ ຍ່າງນຳລູກໃພ້ ແລະ ຫຼານສາວ ລົງໄປຫ້ວຍນ້ຳ. ພໍລົງໄປຮອດຈຶ່ງຢ່ອງເຂົ້າໄປທາງດ້ານຫຼັງຂອງລູກໃພ້ ແລ້ວໃຊ້ກ້ອນຫີນທຸບໃສ່ງ່ອນດົ້ນຂອງລູກໃພ້ຈົນລົ້ມລົງ ແລະ ແລ່ນເຂົ້າໄປຈັບເອົາກ້ອນຫີນກ່ອນເກົ່າທຸບຫົວອີກ 1 ບາດ ແລ້ວຖອດເອົາ ມີ ດແ ຫຼມອອກຈາກຝັກທີ່ຮັດຢູ່ແອວແທງເຂົ້າຫົວນົມເບື້ອງຂວາ 2 ບາດ, ແທງເຂົ້າຫົວນົມເບື້ອງຊາຍ 1 ບາດ, ແທງເຂົ້າກົກຂາເບື້ອງຂວາ 1 ບາດ ແລະ ແ ທ ງທາງເບື້ອງຫຼັງອີກ 1 ບາດ; ເມື່ອ ຫຼານສາວເຫັນ ຜູ້ກ່ຽວກຳລັງຂ້າແມ່ເສຍຊີວິດ ຈຶ່ງຮ້ອງໄຫ້ ແລະ ເອີ້ນຫາພໍ່. ໃນເວລານັ້ນ, ຜູ້ກ່ຽວໄດ້ເອົາຕົວໜີ.

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ໄດ້ເອົາໃຈໃສ່ຕິດຕາມຕົວຜູ້ກໍ່ເຫດມາດຳເນີນຄະດີເປັນເວລາເກືອບ 100 ວັນ ຈຶ່ງສາມາດຈັບຕົວໄດ້ ສາເຫດທີ່ຈັບຕົວໄດ້ຊ້າ ຍ້ອນຜູ້ກໍ່ເຫດໄປລີ້ຊ້ອນຢູ່ຫຼາຍບ່ອນ ເປັນຕົ້ນແມ່ນໄປລີ້ຊ້ອນຢູ່ຂອບເຂດພູປ່າຫວາຍ 3 ວັນ ກ່ອນເອົາຕົວລົບໜີໄປລີ້ຊອນຢູ່ສະນໍາຂອງປະຊາຊົນບ້ານໂຄງ ເມືອງໂພນທອງແຂວງຫຼວງພະບາງ ເປັນເວລາ 30 ວັນ; ຈາກນັ້ນ, ໄດ້ເອົາຕົວຫຼົບໜີເຂົ້າໄປລີ້ຊ້ອນຢູ່ປ່າສະຫງວນນ້ຳແວກ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ 60 ວັນ ກ່ອນຖືກເຈົ້າໜ້າທີ່ປ່າສະຫງວນ ພົບເຫັນ ແລະ ໄລ່ອອກຈາກຂອບ ເຂດປ່າສະຫງວນ ແລະ ຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານ ກັກຕົວໄດ້ຢູ່ບ້ານນາເລົາ ເມືອງວຽງ ຄຳ ແຂວງຫຼວງພະບາງ ໃນວັນທີ 12 ພະຈິກ 2020, ກ່ອນສົ່ງຕົວໃຫ້ ປກສ ແຂວງຫົວພັນດຳເນີນຄະດີ.

Leave a Reply

Your email address will not be published. Required fields are marked *