ສາວອາຍຸ 19 ປີ ທີ່ສູບຢາສູບໄຟຟ້າໄດ້ອອກມາເລົ່າປະສົບການຈາກຕົວລາວເອງ ຄົນຫນຸ່ມສາວສ່ວນຫນຶ່ງໃນປັດຈຸບັນນິຍົມກັນສູບຢາສູບໄຟຟ້າເພື່ອສະແດງເຖິງລະດັບຊັ້ນໃນສັງຄົມ, ສ່ວນຫນຶ່ງອາດເປັນເພາະກິ່ນນ້ຳມັນຫອມລະເຫີຍຂອງຢາສູບໄຟຟ້າທີ່ສາມາດດຶງດູດໃຈ. ສາວອາຍຸ 19 ປີ ທີ່ມີນາມວ່າ ແຄລ໌ ກໍເປັນຫນຶ່ງໃນນັ້ນເຊັ່ນກັນເມື່ອລາວເສບຕິດການສູບ ຢ ສູບໄຟຟ້າທຸກມື້ຈົນກາຍເປັນນິໄສ.

May be an image of one or more people, people standing and hospital

ກ່ອນຫນ້ານັ້ນ ແຄລ໌ ມີອາການໄຂ້ສູງເຖິງ 40 ອົງສາ ຕິດຕໍ່ກັນ 3 ອາທິດຊ້ອນໂດຍບໍ່ມີສາເຫດອື່ນໆ. ຄອບຄົວຂອງລາວສັນນິຖານວ່າລາວເປັນຫວັດ, ຫລັງຈາກກິນຢາໄປສອງສາມອາທິດອາການປ່ວຍຂອງລາວກໍບໍ່ດີຂຶ້ນ, ຈຶ່ງຕັດສິນໃຈພາລາວໄປໂຮງຫມໍເພື່ອກວດຮ່າງກາຍ.

ເມື່ອເຂົ້າຮັບການຮັກສາຈາກແພດໄດ້ກວດແບບ CT scan ແລະ ວິນິດໄສວ່າສາວອາຍຸ 19 ປີຄົນນີ້ປອດໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງ, ເນື້ອເຫຍື່ອຖືກທຳລາຍຢ່າງສົມບູນ ແລະ ການອັກເສບຮຸນແຮງໃນຫລອດລົມ, ປອດຂອງຄົນທີ່ມີສຸຂະພາບແຂງແຮງເມື່ອກວດແບບ CT scan ຈະເປັນສີດຳ, ສ່ວນປອດຂອງແຄລ໌ຈະເປັນສີຂາວທັງຫມົດ.

May be an image of xray

ລາວເຂົ້າຮັບການຮັກສາໃນໂຮງຫມໍເປັນເວລາດົນນານ, ໂດຍໃຊ້ຢາທາງຫລອດເລືອດດຳ ແລະ ສະເຕຣອຍ, ແຄລ໌ຕັດສິນໃຈແຊ CT scan ຂອງປອດລາວເພື່ອກະຕຸ້ນໃຫ້ໄວຫນຸ່ມເຊົາສູບ ຢ ສູບໄຟຟ້າ.

ຢາສູບໄຟຟ້າມີສານພິດຫລາຍສະນິດເຊັ່ນ: ສານເຄມີລົດຊາດນີໂຄຕິນດັ່ງນັ້ນ, ຈຶ່ງເປັນອັນຕະລາຍຕໍ່ສຸຂະພາບ, ຫລາຍຄົນມັກເຂົ້າໃຈຜິດວ່າຢາສູບໄຟຟ້າບໍ່ເປັນອັນຕະລາຍເພາະເມື່ອສູບແລ້ວຈະປ່ອຍຄັວນ ຫລື ມີກິ່ນທີ່ບໍ່ພຶງປະສົງເຫມືອນກັບ ຢ ສູບທົ່ວໄປ. ແນວໃດກໍຕາມລະດັບຄວາມອັນຕະລາຍຂອງຜະລິດຕະພັນນີ້ບໍ່ໄດ້ຫນ້ອຍໄປກວ່າ ຢ ສູບທົ່ວໄປເລີຍ.

ໃນຄວາມເປັນຈິງຕາມຂໍ້ມູນສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມກາເມື່ອຕົ້ນປີ 2020 ໃນປະເທດມີຄົນເຈັບພະນາດປອດບວມປະມານ 2,600 ຄົນ ແລະ ເສຍຊີວິດ57 ຄົນ ທີ່ກ່ຽວຂ້ອງກັບ ຢ ສູບໄຟຟ້າ, ຫນ່ວຍງານດັ່ງກ່າວຍັງໄດ້ສຳຫລວດຜູ້ຄົນກວ່າ 10,000 ຄົນ ແລະ ພົບວ່າຜູ້ທີ່ໃຊ້ຢາສູບໄຟຟ້າ ມີທ່າອ່ຽງເປັນພະຍາດຫົວໃຈວາຍສູງກວ່າ 56% ນອກຈາກຄວາມສ່ຽງຂອງພະຍາດຫລອດເລືອດໃນສະຫມອງໃນຄົນກຸ່ມນີ້ຍັງສູງກວ່າຄົນທີ່ບໍ່ໄດ້ສູບ ຢ ສູບໄຟຟ້າສູງເຖິງ 30%.

“ຫ້າມສູບຢ “! ເປັນຂໍ້ຄວາມເພື່ອສຸຂະພາບຂອງຄົນໃນສັງຄົມ ແລະ ເພື່ອຄວາມສຸກຂອງທຸກຄົນໃນຄອບຄົວ.

ຂໍ້ມູນຈາກ: Lao Links

Leave a Reply

Your email address will not be published. Required fields are marked *