ປະຊາຊົນລາຍງານໃຫ້ຮູ້ວ່າ ໃນວັນທີ 21 ກຸມພາ 2021 ເກີດເຫດ ງົວຂອງປະຊາຊົນ ຖືກໄຟຟ້າ ຊ໋ອດຕາຍຄາທີ່ ຢູ່ສວນໝາກໂມ ຂອງຄົນຈີນ ທີ່ມາສໍາປະທານ. ເຊິ່ງເຫດການນີ້ໄດ້ສ້າງຄວາມວິຕົກກັງວົນ ແກ່ປະຊາຊົນ ເພາະເປັນງົວໂຕທີ່ສອງແລ້ວ ທີ່ຕາຍຍ້ອນໄຟຟ້າຊ໋ອດ. ໂຊກດີທີ່ບໍ່ແມ່ນຄົນ. ຈິ່ງຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄດ້ລົງມາກວດກາ ວ່າການກະທໍາແບບນີ້ແມ່ນເໝາະສົມແລ້ວບໍ່? ເປັນຫຍັງບໍ່ເຮັດຮົ້ວ ຖ້າຕ້ອງການປ້ອງກັນບໍ່ໃຫ້ສັດເຂົ້າຮົ້ວສວນຂອງຕົນ. ການເອົາສາຍໄຟຟ້າ ກັ້ນແບບນີ້ ຈະບໍ່ສາມາດເບິ່ງເຫັນໄດ້ ແລະເປັນອັນຕະລາຍທັງຄົນແລະສັດ.

ຈຸດເກີດເຫດແມ່ນ ບ້ານໂພນສີດາ ເມືອງກາສີ ແຂວງວຽງຈັນ.

.

.

.
