ໃນເວລາປະມານ 17:00 ນາທີ ຂອງວັນທີ 20 ກຸມພາ 2021 ໃນຄະນະທີ່ ຜົວ-ເມຍ ຄູ່ໜຶ່ງ (ເຈົ້າຂອງຮ້ານຄຳ) ກຳລັງຖືກະເປົາຄຳ ຍ່າງອອກຈາກຕະຫລາດ ຫລັກ 2 ເມືອງທ່າແຂກ ແຂວງຄຳມ່ວນ

ເພື່ອຈະກັບບ້ານ ກໍ່ມີຊາຍຄົນໜຶ່ງຈົກ ປື ນ ອ ອ ກ ມາ ປິ ດ ຊີ ບ ຜົວ-ເມຍ ດັ່ງກ່າວ ແລ້ວເອົາກະເປົາຄຳລົບໜີ ເຮັດໃຫ້ເຫດການຄັ້ງນີ້ມີຜູ້ເສຍຊີວິດຄາທີ່ຈຳນວນ 2 ຄົນ ແລະ ບາດເຈັບອີກ 1 ຄົນ.

ປະຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຊອກຫາຄົນຮ້າຍເພື່ອມາດຳເນີນຄະດີ

ຂໍໃຫ້ເຈົ້າໜ້າທີ່ເລັ່ງຈັບໄດ້ໂດຍໄວເພາະເປັນຫ່ວງຄວາມປອດໄພຂອງປະຊາຊົນ
ມີຄຣີບ