ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນວັນທີ 14 ກຸມພາ 2021 ໄດ້ມີຄົນຮ້າຍມາລັກເອົາກະເປົາເງິນຢູ່ຮ້ານຂາຍເປັດແລ້ວເອົາຕົວຫຼົບໜີ ສະນັ້້ນເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດລົງເກັບກຳຂໍ້ມູນສະຖານທີ່ເກີດເຫດ, ຜ່ານການສືບສວນ ເກັບກຳຂໍ້ມູນຫຼັກຖານຈຶ່ງສາມາດກຳນົດເປົ້າໝາຍລົງມືລັກຊັບໄດ້, ມາຮອດວັນທີ 17 ກຸມ ພາ 2021 ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ, ສົມທົບກັບອຳນາດການປົກຄອງບ້ານຝາຍ ເຂົ້າກັກຕົວເປົ້າໝາຍຊື່: ນາງ ວັນນີ ອາຍຸ 30 ປີ, ພັກເຊົາຢູ່ບ້ານຝາຍ ເມືອງໄຊເສດຖາ ນວ.

May be an image of 1 person and text

ຜ່ານການສອບສວນຜູ້ກ່ຽວຍັງໄດ້ຮັບສາລະພາບວ່າ: ໃນວັນທີ 14 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກເວບຈີນສີດຳບໍ່ຕິດປ້າຍທະບຽນເລາະມາຕາມເສັ້ນທາງພໍມາຮອດເຂດບ້ານຄຳສະຫວາດໄດ້ຈອດລົດແລ້ວລົງໄປຖາມແມ່ຄ້າຮ້ານຂາຍເປັດ ແລ້ວສວຍໂອກາດຕອນເຈົ້າຂອງຮ້ານບໍ່ທັນລະວັງຕົວລັກເອົາກະເປົາເງິນທີ່ວາງໄວ້ແລ້ວຫຼົບໜີ ແລະ ຍັງໄດ້ໃຫ້ການຕື່ມອີກວ່າ: ຜ່ານມາໄດ້ເຄື່ອນໄຫວລັກຊັບ ແລະ ຖື ກ ສ າ ນ ຕັ ດ ສິ ນ ຈ ໍາ ຄຸ ກ ມາແລ້ວ 1 ຄັ້ງ, ຖືກ ຕັ ດ ອິ ດ ສ ະ ພ າ ບໄລ ຍ ະ 3ປີ ແຕ່ຍັງບໍ່ເຄັດຫຼາບຍັງອອກເຄື່ອນໄຫວລັກຊັບອີກ 7 ຄັ້ງ.

ເພື່ອສະກັດກັ້ນບໍ່ໃຫ້ເກີດມີສະພາບການຄືກັບກໍລະນີນີ້ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງມີສະຕິລະວັງຕົວ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບເຫັນການເຄື່ອນ ໄຫວທີ່ບໍ່ຖືກຕ້ອງ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ໃກ້ທ່ານ ຫຼື ສົ່ງຂໍ້ຄວາມມາທາງເບີວອດແອັບ 020 28899774 ແລະ ທາງຊ່ອງທາງເພຈເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *