ຂ່າວດ່ວນ! ສັ່ງໂຈະການຊື້ລົດໃໝ່ແກ່ການນໍາແຂວງອັດຕະປືແລ້ວ

ຄະນະປະຈຳພັກແຂວງອັດຕະປື ມີມະຕິສັ່ງໂຈະແຜນຊື້ລົດປາໂດ ແລະ ຟໍຈູນເນີ ຈຳນວນ 30 ຄັນແລ້ວ.

ຄະນະປະຈໍາພັກແຂວງ, ພັກປະຊາຊົນປະຕິວັດລາວ ອອກມະຕິຕົກລົງ ເລກທີ 68/ດປພຂ, ອັດຕະປື, ວັນທີ 19 ກຸມພາ 2021 ວ່າດ້ວຍ: ການໂຈະແຜນຈັດຊື້ພາຫະນະ ເພື່ອປະກອບໃຫ້ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຕາມຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 119/ຈຂ.ອປ, ລົງວັນທີ 22 ມັງກອນ 2021.

ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 119/ຈຂ.ອປ, ລົງວັນທີ 22 ມັງກອນ 2021 ວ່າດ້ວຍການ
ອະນຸມັດໃຫ້ບໍລິສັດໄຊຊະນະບໍລິການບໍ່ແຮ່ ຈໍາກັດ ຈັດຊື້ພາຫະນະ ເພື່ອປະກອບໃຫ້ຄະນະບໍລິຫານງານພັກແຂວງ ສະໄໝທີ XI, ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກແຂວງ ຄັ້ງວັນທີ 19 ກຸມພາ 2021 ຄະນະປະຈຳພັກແຂວງ ຕົກລົງ:

ມາດຕາ 1: ເຫັນດີໃຫ້ໂຈະແຜນຈັດຊື້ພາຫະນະ ຈຳນວນ 30 ຄັນ ໃນນີ້; ມີລົດປາໂດ 8 ຄັນ ແລະ ລົດຈູນເນີ 22 ກັນ ຕາມຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 119/ຈຂ.ອປ ລົງວັນທີ 22 ມັງກອນ 2021 ລໍຖ້າຈົນກວ່າຈະມີທິດຊີ້ນຳ ແລະ ການຕົກລົງຂອງລັດຖະບານ.

ມາດຕາ 2: ມອບໃຫ້ຫ້ອງວ່າການແຂວງ ປະສານສົມທົບກັບຄະນະຈັດຊື້ ແຈ້ງໃຫ້ບໍລິສັດໄຊຊະນະບໍລິການ ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 3: ມະຕິຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັ່ນເປັ້ນຕົ້ນໄປ.

ເອກະສານຕອນຈະຊື້

.

.

ຝາກໃຫ້ຄິດ

Leave a Reply

Your email address will not be published. Required fields are marked *