ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ເປັນໂຄງການທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນ ເພື່ອເຊື່ອມຈອດລະຫວ່າງບ້ານກ້ອນຕື່ນ – ຫ້ວຍແອ່ນ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ ທ່ານ ສຸຂັງ ບຸນນາວົງ ຮອງຜູ້ອຳນວຍການລັດວິສາຫະກິດກໍ່ສ້າງຄົມມະນາຄົມ ຜູ້ຈັດການພາກສະໜາມການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ໄດ້ກ່າວວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີມຕົ້ນປະຕິບັດມາ 3 ປີຄືນຫຼັງ.

.

ມາຮອດປັບຈຸບັນ ແມ່ນໄດ້ສຳເລັດພຽງແຕ່ 50 ກວ່າເປີເຊັນ, ເຊິ່ງມີຄວາມຍາວຂອງຂົວທັງໝົດ 503 ແມັດ, ຄວາມກ້ວາງທາງລົດແລ່ນປະມານ 8 ແມັດ, ທາງຄົນຍ່າງກວ້າງເບື້ອງລະ 1,8 ແມັດ, ພາກສ່ວນເທິງເປັນໂຄງສ້າງນ່າງເຫຼັກລວມມີ 7 ຊ່ວງ, ຊ່ວງໜຶ່ງມີຄວາມຍາວ 65 ແມັດ, ສ່ວນຊ່ວງກາງນໍ້າມີຄວາມຍາວ 110 ແມັດ, ມີໂຄງສ້າງເຊິ່ງອອກແບບເປັນຂົວປະສົມພາກສ່ວນລຸ່ມເປັນເບຕົງເສີມເຫຼັກ, ມີ 8 ເສົາ. ໃນນີ້ ເສົາກາງນໍ້າມີ 6 ເສົາ ແລະ ຂົວປູດ້ວຍເບຕົງເສີມເຫຼັກ ແລະປູທັບດ້ວຍຢາງຂົວອັດສະຟານໜາ 5 ຊັງຕີແມັດ, ຜ່ານການປະຕິບັດການກໍ່ສ້າງມາຮອດປັດຈຸບັນແມ່ນພວມກໍ່ສ້າງພາກສ່ວນລຸ່ມໄດ້ສຳເລັດແລ້ວເສົາ p1, p2, p3, p6 ແລະ ສ່ວນເສົາ p4, p5 ແມ່ນກຳລັງກໍ່ສ້າງ, ຄາດວາຈະໃຫ້ສຳເລັດພາກສ່ວນລຸ່ມໃນທ້າຍປີນີ້ຈະໃຫ້ໄດ້ປະກອບຄານຂົວຢູ່ພາກສ່ວນເທິງ.

ທ່ານໃຫ້ຮູ້ຕື່ມວ່າ: ການກໍ່ສ້າງແມ່ນບໍ່ໄດ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້ ສາເຫດຫຼັກກໍ່ຍ້ອນໂຄງ ການຕັ້ງຢູ່ຫ່າງໄກຊອກຫຼີກ, ການຂົນສົ່ງວັດສະດຸກໍ່ສ້າງກໍ່ຫຍຸ້ງຫຍາກ, ລະດັບແມ່ນນ້ຳຂອງບໍ່ປົກກະຕິ ແລະ ດ້ານງົບປະ ມານການກໍ່ສ້າງ ຍັງບໍ່ທັນຕອບສະໜອງໄດ້ດີເທົ່າທີຄວນ, ສຳລັບມູນຄ່າການກໍ່ສ້າງຂົວທັງໝົດ 180 ກວ່າຕື້ກີບ ໂດຍແມ່ນການລົງທຶນຂອງລັດ ຖະບານ ແລະ ຮັບເໝົາກໍ່ສ້າງ ໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.

ພາບ-ຂ່າວ ພອນສະຫວັນ ມະນີສີ.