ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາ ຫາລືປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກ ໂລກຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 18 ກຸມພານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ແວນ ຮວ່າງດາວ ປະທານບໍລິສັດຫຼວງພະບາງ ພາວເວີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person, flower and indoor

.

ผลการค้นหารูปภาพสำหรับ เขื่อนน้ำของหลวงพะบาง

ທ່ານ ວັນສີ ກົວມົວ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພ້ອມກັນຮັບຟັງບົດລາຍ ງານຂອງ ບໍລິສັດ ຫຼວງພະບາງພາວເວີ ຈຳກັດ ກ່ຽວກັບບັນຫາທີ່ຕິດພັນກັບຂໍ້ກັງວົນຂອງອົງການ ອຸຍແນັດສະໂກ ຕໍ່ຜົນກະທົບດ້ານມໍລະດົກທີ່ອາດຈະເກີດຂຶ້ນໄດ້ໃນໂຄງການສ້າງເຂື່ອນໄຟຟ້າພະລັງ ງານນໍ້າຂອງ ທີ່ແຂວງຫຼວງພະບາງ ພ້ອມນັ້ນກອງປະຊຸມຈະໄດ້ປຶກສາຫາລືແລກປ່ຽນຄຳ ຄິດຄຳເຫັນຮ່ວມກັບຜູ້ຕາງໜ້າຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເປັນການກະກຽມ ຂໍ້ມູນທີ່ຈຳເປັນໃຫ້ແກ່ກອງປະຊຸມຮ່ວມກັບອົງການອຸຍແນັດສະໂກທີ່ຈະຈັດຂຶ້ນໃນໄວໆນີ້, ຫວັງຢ່າງຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະຕັ້ງໜ້າປະກອບທຸກຄຳເຫັນຢ່າງມີເນື້ອໃນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນເພື່ອໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ.

May be an image of 2 people and indoor

.

ผลการค้นหารูปภาพสำหรับ เขื่อนน้ำของหลวงพะบาง

ຂ່າວ-ພາບ: ພູວັນ

Leave a Reply

Your email address will not be published. Required fields are marked *