ໃນວັນທີ 12 ກຸມພາ 2021 ຜ່ານມາ, ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນ ເພື່ອຮັກສາຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໄດ້ພົບເຫັນກຸ່ມເປົ້າໝາຍ ຊື້-ຂາຍ ຢ ຢູ່ເຂດບ້ານໜອງບົວທອງເໜືອ ຈຶ່ງໄດ້ເຂົ້າຄວບຄຸມຕົວພວກກ່ຽວໄດ້ 3 ຄົນຄື: ທ້າວ ອານຸສອນ ອາຍຸ 22 ປີ ມີຂອງກາງ ຢ 6 ເມັດ ຢ ອ 1 ຖົງນ້ອຍ, ສ່ວນທ້າວ ພຸດສະດາ ອາຍຸ 24 ປີ ແມ່ນຢູ່ໃນສະຖານທີ່ມົ້ວສຸມດັ່ງກ່າວ. ທັງສອງຄົນ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ໄກທອງ ອາຍຸ 39 ປີ ຢູ່ບ້ານ ໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢ 33 ເມັດ ມາສອບສວນເອົາຄໍາໃຫ້ການເບື້ອງຕົ້ນ.

.

ຜ່ານການສອບສວນ ທ້າວອານຸສອນ ໄດ້ຮັບສາລະພາບວ່າ: ຢ 6 ເມັດ ແລະ ຢ ອ 1 ຖົງນ້ອຍ ໄດ້ມາຈາກຊາຍຄົນໜຶ່ງ ຊື່ (ກ) ນາມສົມໝຸດ ທັງສອງເປັນໝູ່ກັນ; ເຊິ່ງໄດ້ນຳມາຝາກໄວ້ນຳຕົນເອງຢູ່ເຮືອນ ຈຳນວນ 7 ເມັດ ແລະ ຜູ້ກ່ຽວກໍ່ໄດ້ນຳມາເ ສ ບແລ້ວ 1 ເມັດ. ຕົກມາຮອດເວລາ 10 ໂມງເຊົ້າ ວັນທີ 12 ກຸມພາ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ພ້ອມຂອງກາງ ຢ 6 ເມັດ ແລະ ຢ ອ 1 ຖົງນ້ອຍ ຢູ່ໃນຖົງໂສ້ງຂອງຜູ້ກຽວ; ສ່ວນທ້າວ ໄກທອງ ໄດ້ຮັບສາລະພາບວ່າ ຢ ຈຳນວນ 33 ເມັດ ແມ່ນໄດ້ໄປຊື້ ຢູ່ສະຖານທີ່ຮ້ານອິນເຕີເນັດ ຄາເຟ ເຂດ T2 ເຊິ່ງໄດ້ຊື້ນໍາຊາຍຄົນໜຶ່ງບໍ່ຮູ້ຊື່ ຈໍານວນ 35 ເມັດ ພາຍຫຼັງໄດ້ ຢ ມາແລ້ວກໍ່ນຳມາ ເ ສ ບ 2 ເມັດ. ຈາກນັ້ນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງ ຢ ໄດ້ 33 ເມັດ ຢູ່ເຂດ ບ້ານໜອງດ້ວງເໜືອ. ສ່ວນທ້າວ ພຸດສະດາ ຜ່ານການກວດຄົ້ນຕົວຜູ້ກ່ຽວແມ່ນບໍ່ພົບຂອງກາງ ຢ ແຕ່ຜູ່ກ່ຽວໄດ້ຢູ່ໃນສະຖານທີ່ຈຸດມົ້ວສຸມ ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກ ພ້ອມທັງສຶກສາອົບຮົມ ໃຫ້ຜູ້ກ່ຽວ ບໍ່ໃຫ້ໄປພົວພັນກັບ ຢ ຖ້າພົບເຫັນແມ່ນຈະດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບພວກກ່ຽວທັງ 3 ຄົນ ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ໄດ້ນຳສົ່ງຕົວມອບໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຈຳນວນ 2 ຄົນຄື: ທ້າວອານຸສອນ ແລະ ທ້າວໄກທອງ ນໍາໄປສືບສວນ-ສອບສວນ ເປີດກວ້າງຂະຫຍາຍຜົນຫາກຸ່ມແກ້ງ, ສ່ວນ ທ້າວ ພຸດສະດາ ເຈົ້າໜ້າທີ່ໄດ້ສຶກສາອົບຮົມຜູ້ກ່ຽວ ແລະ ໄດ້ມອບໃຫ້ຜູ້ປົກຄອງນຳໄປສຶກສາອົບຮົມຕື່ມອີກ.