ຄະນະສານອາຍາ ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນລົງໂທດຕັດອິດສະລະພາບ ທ້າວ ຮ້ວາງວັນຈຸງ ອາຍຸ 27 ປີ ຢູ່ບ້ານຢຽນທາບ ເມືອງຢຽນເຈົ່າ ແຂວງເຫງະອານ ສສ ຫວຽດນາມ 2 ປີ ພ້ອມທັງປັບໃໝ 2 ລ້ານ ຕາມການກະທໍາຜິດທາງອາຍາສະຖານປິດບັງການກະທໍາຜິດ ໃນວັນທີ 29 ມັງກອນ 2021.

May be an image of 1 person and standing

ໃນສໍານວນຄະດີທີ່ໄອຍະການປະຊາຊົນແຂວງອຸດົມໄຊ ຄໍາຖະແຫຼງຕໍ່ຄະນະສານອາຍາ ວ່າ: ໃນເວລາ 11:00 ໂມງຂອງວັນທີ 23 ຕຸລາ 2018, ກອງບັນຊາການ ປກສ ແຂວງ ອຸດົມໄຊ ໄດ້ຮັບແຫຼ່ງຂ່າວວ່າມີກຸ່ມຄົນບໍ່ດີໄດ້ມີການເຄື່ອນໄຫວລັກລອບຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າທີ່ຜິດກົດໝາຍ ຈາກປະເທດຫວຽດນາມ ເຂົ້າມາປະເທດລາວ ໂດຍຜ່ານແຂວງຫົວພັນ ມຸ່ງໜ້າເຂົ້າສູ່ເສັ້ນທາງເລກທີ 13 ເໜືອ, ເຊິ່ງຈະຜ່ານແຂວງອຸດົມໄຊ ໄປຫາ ແຂວງຫຼວງນ້ໍາທາ; ຈາກນັ້ນ, ຮອດເວລາ 13:00 ໂມງຂອງດຽວກັນ, ເຈົ້າໜ້າທີ່ໄດ້ທໍາພົບເຫັນລົດເມ ຍີ່ຫໍ້ HYUNDAI ສີອອນ ໝາຍເລກທະບຽນ ບກ 6777 ຢູ່ຫຼັກກິໂລແມັດທີ 40 ທາງໄປແຂວງຫຼວງນ້ໍາທາ ກ່ອນຂໍອະນຸຍາດກວດຄົ້ນ. ໃນນັ້ນ, ມີຜູ້ໂດຍສານມານໍາຈໍານວນ 5 ຄົນ ຄື: ທ້າວ ຮ້ວາງວັນຈຸງ, ທ້າວ ບຸຍວັນດຽວ, ທ້າວ ຫງຽນວັນເຟືອງ, ນາງ ຫງຽນ ທິມາຍ ແລະ ທ້າວ ເຈີນຢີກວາງ. ເຈົ້າໜ້າທີ່ໄດ້ສອບຖາມ ແຕ່ພວກກ່ຽວ ມີພິລຸດສົງໄສ; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ທໍາການກວດຄົ້ນລົດເມຄັນດັ່ງກ່າວພົບເຫັນ: ແປ້ງຝຸ່ນບັນຈຸໃນເປົາຊີມັງ ຈໍານວນ 80 ເປົາ ນ້ໍາໜັກ 2.000 ກິໂລກຼາມ ຊຸກເຊື່ອງໄວ້ໃນລົດເມ ກ່ອນກັກຕົວພວກກ່ຽວໄປດໍາເນີນຄະດີຕາມກົດໝາຍ.

May be an image of 2 people, people standing and indoor

ຜ່ານການສືບສວນ-ສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນຂອງເຈົ້າໜ້າທີ່, ທ້າວ ຮ້ວາງວັນຈຸງ ໄດ້ຮັບສາລະພາບວ່າ: ແປ້ງຝຸ່ນ ຈໍານວນ 80 ເປົາ ນ້ໍາໜັກ 2.000 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນລົດເມຄັນດັ່ງກ່າວ ແມ່ນຂອງນາງ ຫງຽນທິມາຍ ອາຍຸ 33 ປີ ຢູ່ບ້ານ-ເມືອງ-ແຂວງນິງບິງ ສສ ຫວຽດນາມ; ເຊິ່ງຕົນເປັນພຽງພະນັກງານຂອງບໍລິສັດ ສະຫະກອນຂົນສົ່ງໂດຍສານ 27-7 ເປັນແອັດລົດເມ ໝາຍເລກທະບຽນ 0119 ແລະ 7778 ມີໜ້າທີ່ຂົນເຄື່ອງຂອງຄົນໂດຍສານ. ຕໍ່ມາເດືອນ ຕຸລາ 2018, ຜູ້ກ່ຽວໄດ້ເປັນແອັດລົດ ເຂົ້າມາ ສປປ ລາວ; ເຊິ່ງລົດດັ່ງກ່າວໝາຍເລກທະບຽນ 0119 ໂດຍແມ່ນທ້າວ ໂງກວາງເຈືອງ ເປັນໂຊເຟີຂັບຂີ່ ເພື່ອຂົນເຄື່ອງປະເພດຕານ່າງ ແລະ ຖ້ວຍຂອງລູກຄ້າ ມາສົ່ງຢູ່ເຂດເມືອງນ້ໍາບາກ ແຂວງຫຼວງພະບາງ ແລ້ວກັບຄືນໄປຮອດເຂດໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ ໄດ້ພົບເຫັນລົດເມຍີ່ຫໍ້ HYUNDAI ສີອອນ ໝາຍເລກທະບຽນ ບກ 6777 ຂອງນາງ ຫງຽນທິມາຍ ໂດຍແມ່ນ ທ້າວ ບຸຍວັນດຽວ ແລະ ທ້າວ ຫງຽນວັນເຟືອງ ເປັນໂຊເຟີຂັບຂີ່; ນາງ ຫງຽນທິມາຍ ໄດ້ຮ້ອງຂໍໃຫ້ຜູ້ກ່ຽວໄປນໍາລົດເມຄັນດັ່ງກ່າວ ເພື່ອຊ່ວຍຂົນເຄື່ອງ, ເຊິ່ງຜູ້ກ່ຽວກໍຖາມວ່າມີເຄື່ອງຫຍັງ ແລະ ນາງ ຫງຽນທິມາຍ ຕອບວ່າ ມີຕາໜ່າງເຫຼັກ ແລະ ເຂົ້າສານ, ຕົນຈຶ່ງຕົກລົງໄປນໍາ. ພໍມາຮອດເຂດບ້ານປາກມອງ ເມືອງນ້ໍາບາກ ໄດ້ຂົນຕາໜ່າງເຫຼັກລົງໃຫ້ລູກຄ້າ ແລະ ພັກກິນເຂົ້າຢູ່ຮ້ານອາຫານ. ຈາກນັ້ນ, ກໍພາກັນຂັບຂີ່ໄປແຂວງອຸດົມໄຊຕໍ່. ເວລານັ້ນ, ຜູ້ກ່ຽວໄດ້ນອນພັກຜ່ອນ ແລະ ນາງ ຫງຽນທິມາຍ ບອກວ່າ: ໃນລົດເມມີເຄື່ອງ ຖ້າມີເຈົ້າໜ້າທີ່ກວດກາພົບເຫັນເຄື່ອງດັ່ງກ່າວ ແມ່ນໃຫ້ຕົນແກ້ໄຂ ແລະ ຮັບຜິດຊອບແທນທັງໝົດກ່ອນ. ຖ້າແກ້ໄຂສໍາເລັດ ນາງ ຫງຽນທິມາຍ ຈະຊື້ລົດໃຫຍ່, ຊື້ທີ່ດິນ ແລະ ເອົາເງິນໃຫ້ຕົນ. ແຕ່ບໍ່ໄດ້ບອກວ່າໃນລົດເມມີເຄື່ອງຜິດກົດໝາຍ, ເມື່ອມາຮອດແຂວງອຸດົມໄຊ ກໍມີເຈົ້າໜ້າທີ່ກວດກາພົບເຫັນ ແປ້ງຝຸ່ນຈໍານວນດັ່ງກ່າວ ແລະ ຖືກກັກຕົວມາດໍາເນີນຄະດີ.

ຕໍ່ກັບຄໍາໃຫ້ການໃນເບື້ອງຕົ້ນຂອງທ້າວ ຮ້ວາງວັນຈຸງ ໃນວັນທີ 24 ຕຸລາ 2018 ຮັບວ່າ: ໃນວັນທີ 22 ກັນຍາ 2018, ຜູ້ກ່ຽວໄດ້ຂັບຂີ່ລົດຈັກເວບ ບໍ່ຈື່ທະບຽນ ໄປຊອກຊື້ວັດຖຸເຄມີ ເພື່ອຜະລິດຢາເສບຕິດ ນໍາທ້າວ ຈ້ອງ ບໍ່ຮູ້ບ້ານ ແລະ ເມືອງ ຢູ່ແຂວງແຫງະອ່ານ ໃນລາຄາ 180.000 ດົງ ຕໍ່ໜຶ່ງກິໂລກຼາມ ແລະ ຜູ້ກ່ຽວໄດ້ຕົກລົງຊື້ຈໍານວນ 2.000 ກິໂລກຼາມ; ຈາກນັ້ນ, ທ້າວ ຜູ້ກ່ຽວ ກໍໄດ້ເອົາແປ້ງຝຸ່ນດັ່ງກ່າວຊຸກເຊື່ອງໄວ້ໃນລົດເມ ຍີ່ຫໍ້ HYUNDAI ໝາຍເລກທະບຽນ ບກ 6777 ແລ້ວ.

May be an image of indoor

ມາໃນວັນທີ 12 ຕຸລາ 2018, ຜູ້ກ່ຽວ ໄດ້ເຂົ້າມາປະເທດລາວ ໂດຍໄປແຂວງຫຼວງນ້ໍາທາ ແລະ ໄດ້ໄປພັກຢູ່ເຮືອນພັກບໍ່ຮູ້ຊື່, ເຊິ່ງໄດ້ພົບເຫັນຊາຍບໍ່ຊາບຊື່ ອາຍຸປະມານ 45 ປີ ບໍ່ຮູ້ທີ່ຢູ່ ຮູ້ພາສາຫວຽດນາມ, ຈຶ່ງໄດ້ຖາມຊາຍດັ່ງກ່າວວ່າ ເຈົ້າຕ້ອງການຊື້ວັດຖຸເຄມີເພື່ອຜະລິດຢາເສບຕິດ ຫຼື ບໍ່ ແລະ ຊາຍຄົນດັ່ງກ່າວຕອບວ່າ: ຕ້ອງການຊື້, ຜູ້ກ່ຽວຕອບວ່າ ມີຈໍານວນ 2.000 ກິໂລກຼາມ ຂາຍໃນລາຄາ 500.000 ກີບ ຕໍ່ໜຶ່ງກິໂລກຼາມ, ຊາຍດັ່ງກ່າວໄດ້ຕົກລົງຊື້ໂດຍໃຫ້ຜູ້ກ່ຽວ ຂົນສົ່ງແປ້ງຝຸ່ນໄປຮອດແຂວງຫຼວງນ້ໍາທາ ແລ້ວຈະມີຄົນໄປຮັບເອົາ; ຜູ້ກ່ຽວຈຶ່ງກັບຄືນໄປຮອດແຂວງຫົວພັນ ໄດ້ໂທລະສັບບອກໃຫ້ນາງ ໂງ່ທິລວານ, ເຊິ່ງເປັນຜູ້ຄຸ້ມ ຄອງຄິວລົດສາຍເນືອກເງີ່ມ ຮ່າໂນ້ຍ ວ່າ: ໃຫ້ລົດເມ ຍີ່ຫໍ້ HYUN DAI ໝາຍເລກທະບຽນ ບກ 6777 ອອກຄິວກ່ອນ ພ້ອມທັງບອກໃຫ້ຊອກຫາໂຊເຟີຂັບລົດໃຫ້; ນາງ ໂງ່ທິລວານ ຈຶ່ງໄດ້ບອກໃຫ້ ທ້າວ ບຸຍວັນດຽວ ແລະ ທ້າວ ຫງຽນວັນເຟືອງ ເປັນຜູ້ຂັບຂີ່ລົດເມຄັ່ງດັ່ງກ່າວເຂົ້າມາ ສປປ ລາວ ໂດຍມີ ທ້າວ ເຈີນຢິກວາງ ເປັນຄົນໂດຍສານ ຈາກ ສສ ຫວຽດນາມ ຫາ ແຂວງຫົວ ພັນ (ຄ່າໂດຍສານ) ຈໍານວນ 350.000 ດົງ ແລະ ນາງ ຫງຽນທິມາຍ (ຄົນໂດຍສານ). ຫຼັງຈາກນັ້ນ, ພວກກ່ຽວກໍພາກັນຂັບຂີ່ມາຮອດບ້ານປາກມອງ ເມືອງນ້ໍາບາກ ແຂວງຫຼວງພະບາງ; ໃນຂະນະນັ້ນ, ຜູ້ກ່ຽວອ້າງວ່າ: ຈະໄປຮັບຄົນໂດຍສານຢູ່ແຂວງຫຼວງນ້ໍາທາ ພວກໂດຍສານຈະໄປນໍາ ຫຼື ບໍ່, ຈະເກັບຄ່າເດີນທາງຄົນລະ ຈໍານວນ 500.000 ດົງ ແຕ່ຍັງບໍ່ທັນຍັງຈ່າຍເງິນເທື່ອ, ຜູ້ໂດຍສານຕອບຕົກລົງ. ຈາກນັ້ນ, ກໍພາກັນເດີນທາງມາຮອດແຂວງອຸດົມໄຊ ຈຶ່ງຖືກເຈົ້າໜ້າທີ່ກວດກາພົບເຫັນ ແປ້ງຝຸ່ນ ຈໍານວນ 80 ເປົາ ແລະ ກັກຕົວໄປດໍາເນີນຄະດີ; ເຊິ່ງຂໍ້ມູນຄໍາໃຫ້ການໃນເບື້ອງຕົ້ນຂອງຜູ້ກ່ຽວນີ້ ບໍ່ມີຄວາມຈິງ ເນື່ອງຈາກວ່າ: ນາງ ຫງຽນທິມາຍ ເປັນຜູ້ບອກໃຫ້ຜູ້ກ່ຽວເວົ້າ ແລະ ຖ້າແກ້ໄຂສໍາເລັດ, ນາງ ຫງຽນທິມາຍ ຈະຊື້ລົດໃຫຍ່, ຊື້ທີ່ດິນ ແລະ ເອົາເງິນໃຫ້. ດັ່ງນັ້ນ, ຜູ້ກ່ຽວຈຶ່ງຕົກລົງໃຫ້ການຮັບເອົາ ເພື່ອປົກປ້ອງບໍ່ໃຫ້ເຈົ້າໜ້າທີ່ຈັບກຸ່ມນາງ ຫງຽນທິມາຍ. ແຕ່ຄວາມຈິງເຄື່ອງດັ່ງກ່າວແມ່ນຂອງນາງ ຫງຽນທິມາຍ. ຜູ້ກ່ຽວຮັບຜິດແທນ ຍ້ອນຢາກໄດ້ເງິນຈາກນາງ ຫງຽນທິມາຍ ເທົ່ານັ້ນ.

May be an image of 1 person and text

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ຢູ່ໃນສໍານວນຄະດີຢ່າງຄົບຖ້ວນ, ຮອບ ດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ທ້າວ ຮ່ວາງວັນຈູງ (ຈໍາເລີຍ) ໄດ້ເປັນຜູ້ກະທໍາຜິດໃນຂໍ້ກ່າວຫາປິດບັງການກະທໍາຜິດແທ້; ເຊິ່ງສະແດງອອກຕາມບົດບັນທຶກການກວດຄົ້ນຍານພາຫະນະ ສະບັບລົງວັນທີ 24 ຕຸລາ 2018, ບົດບັນທຶກການກັກຕົວ ສະບັບລົງວັນທີ 24 ຕຸລາ 2018, ຄໍາໃຫ້ການຂອງຈໍາເລີຍ ສະບັບລົງວັນທີ 8 ກັນຍາ 2020 ແລະ ແຈ້ງການຂອງຫ້ອງວ່າການແຂວງອຸດົມໄຊ ສະບັບເລກທີ 1394/ຫວຂ.ອຊ, ລົງວັນທີ 10 ພະຈິກ 2020; ຈໍາເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ, ຈໍາເລີຍສາມາດຮູ້ໄດ້ວ່າ: ການຂົນສົ່ງ, ຄ້າ-ຂາຍວັດຖຸເຄມີ ແລະ ການມີວັດຖຸເຄມີເພື່ອຜະລິດຢາເສບຕິດໄວ້ໃນຄອບຄອງ ຂອງນາງ ຫງຽນທິມາຍ ຫຼື ຂອງບຸກຄົນອື່ນ ເປັນສິ່ງທີ່ຜິດຕໍ່ກົດໝາຍວ່າດ້ວຍສະບັບປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ມີໂທດທາງອາຍາ. ແຕ່ຈໍາເລີຍຍັງກະທໍາຜິດໂດຍເຈດຕະນາປົກປິດການກະທໍາຜິດຂອງບຸກຄົນອື່ນ ເພື່ອໃຫ້ນາງ ຫງຽນທິມາຍ ພົ້ນຈາກການລົງໂທດທາງອາຍາ ເພື່ອຫວັງຜົນປະໂຫຍດທີ່ບໍ່ຖືກຕ້ອງຕາມກົດໝາຍ.

May be an image of indoor

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຂອງສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ຄົ້ນ ຄວ້າພິຈາລະນາຕັດສິນ ທ້າວ ຮ້ວາງວັນຈຸງ (ຈໍາເລີຍ) ຕັດອິດສະລະພາບ 2 ປີ ແລະ ປັບ ໃໝ 2.000.000 ກີບ; ຮິບວັດຖຸເຄມີເພື່ອຜະລິດຢາເສບຕິດ ໄປທໍາລາຍຖິ້ມ ແລະ ຮິບລົດເມຍີ່ຫໍ້ ຮຸນໄດ ສີອອນ ທະບຽນ ບກ 6777 ຂອງນາງ ຫວຽນທິມາຍ ທີ່ນໍາໃຊ້ຂົນສົ່ງວັດຖຸເຄມີ ເພື່ອຜະລິດຢາເສບຕິດ ເຂົ້າເປັນຂອງລັດ ພ້ອມທັງບອກໃຫ້ຈໍາເລີຍໃຊ້ແທນເງິນຄ່າທໍານຽມສານ ຈໍານວນ 235.000 ກີບ ຄືນໃຫ້ແກ່ລັດ. ສ່ວນຈໍາເລີຍ ໄດ້ຊັດທອດເຖິງນາງ ຫງຽນທິມາຍ ອາຍຸ 33 ປີ (ເຈົ້າຂອງແປ້ງຝຸ່ນ) ພ້ອມດ້ວຍພັກພວກນັ້ນ, ໃນເບື້ອງຕົ້ນຄັ້ງວັນທີ 24 ຕຸລາ 2018, ທາງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກັກຕົວມາດໍາເນີນຄະດີແລ້ວ, ແຕ່ຜ່ານການສືບສວນ-ສອບສວນ ນາງ ຫງຽນທິມາຍ ໄດ້ໃຫ້ການປະຕິເສດບໍ່ຮັບຮູ້ ຕໍ່ກັບແປ້ງຝຸ່ນຈໍານວນດັ່ງກ່າວ ແລະ ທ້າວ ຮ້ວາງວັນຈຸງ (ຈໍາເລີຍ) ກໍໄດ້ໃຫ້ການປົກປິດ ໂດຍບໍ່ໄດ້ຊັດທອດເຖິງນາງ ຫງຽນທິມາຍ ແລະ ເຫັນວ່າ ບໍ່ທັນມີຂໍ້ມູນຫຼັກຖານໜັກແໜ້ນ, ຮັດກຸມພຽງພໍວ່າ: ນາງ ຫງຽນທິມາຍ ໄດ້ເປັນຜູ້ກະທໍາຜິດ ເຈົ້າໜ້າທີ່ ຈຶ່ງໄດ້ປ່ອຍຕົວນາງ ຫງຽນທິມາຍ ຕາມຄໍາສັ່ງປ່ອຍຕົວ ສະບັບ ເລກທີ 01/ອຍກຂ.ອຊ, ລົງວັນທີ 18 ມັງກອນ 2019 ແລ້ວ; ຕໍ່ກັບການກະທໍາຂອງນາງ ຫງຽນທິມາຍ, ເຈົ້າໜ້າທີ່ຈະລາຍງານຂໍຄໍາສັ່ງຈັບຕົວ ແລະ ປະສານສົມ ທົບໄປຍັງເຈົ້າໜ້າທີ່ຕໍາຫຼວດຂອງ ສສ ຫວຽດນາມ ທີ່ກ່ຽວຂ້ອງອີກ ເພື່ອຊອກຫານໍາຈັບຕົວຜູ້ກ່ຽວ ຖ້າຈັບຕົວຜູ້ກ່ຽວໄດ້ເມື່ອໃດຈະມາດໍາເນີນຄະດີຕາມທີ່ຫຼັງ.

Leave a Reply

Your email address will not be published. Required fields are marked *