ຈາກກໍລະນີລົດກະບະຣີໂວ້ ຕໍາງົວຮຸນແຮງ ທີ່ທາງການໃນຕອນຄືນວັນທີ 14 ກຸມພາ 2021 ຜ່ານມາ, ຂໍ້ມູນໃຫ້ຮູ້ວ່າ 2 ຄົນທີ່ຈາກໄປບົນທາງດ່ວນຄືສອງອ້າຍນ້ອງ.

ເຊີ່ງຜູ່ເປັນນ້ອງຊາຍກໍ່ແມ່ນຫາຮຽນຈົບ,ກໍາລັງຈະເລີ່ມເຮັດວຽກເຮັດງານ. ຂໍເປັນກຳລັງໃຈໃຫ້ພໍ່ກັບແມ່ ຂໍໃຫ້ຜ່ານຄວາມໂສກເສົ້ານີ້ໄປໃຫ້ໄດ້.

ສິ່ງທີ່ສັງຄົມ ຕັ້ງຄໍາຖາມ ທີ່ຂາດຄໍາຕອບຈາກ ພາກສ່ວນກ່ຽວຂ້ອງແມ່ນວ່າ “ຄວາມປອດໄພ ຕາມມາດຕະຖານທາງດ່ວນ ທີ່ ສາກົນກໍານົດ, ທີ່ຕ້ອງບໍ່ໃຫ້ມີສັດຢູ່ທາງດ່ວນ, ອັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງເຈົ້າຂອງທາງດ່ວນ.”
ເພາະຕັ້ງແຕ່ເປີດນໍາໃຊ້ທາງດ່ວນມາ ອຸບັດຕິເຫດ ລົດຕໍາສັດລ້ຽງ ແມ່ນນັບເທື່ອບໍ່ໄດ້, ມີການສູນເສຍຊິວິດແລະສັບສິນມະຫາສານ.

ດັ່ງນັ້ນ, ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕ້ອງກວດຄືນ ມາດຕະຖານຄວາມປອດໄພຂອງທາງດ່ວນ, ໂດຍສະເພາະ ຮົ້ວກັ້ນສັດບໍ່ໃຫ້ຂຶ້ນທາງດ່ວນ. ຖ້າບໍ່ໄດ້ມາດຕະຖານ ກຊ່ຕ້ອງພິຈາລະນາຄືນໃໝ່.

ຂ່າວກ່ອນໜ້ານີ້

ຂ່າວດ່ວນ! ອາສາກູ້ໄພ 1623 ແຈ້ງເຫດ ອຸບັດຕິເຫດຮຸນແຮງທີ່ ທາງດ່ວນ ວຽງຈັນວັງວຽງ ເວລາ ປະມານ 19:30 ວັນທີ 14 ກຸມພາ 2021.
.

ອາສາແຈ້ງວ່າ: “ອຸປະຕິເຫດຢູ່ເສັ້ນທາງດ່ວນ ເສຍຊີວິດ 2 ລາຍ ເຂດບ້ານປາກເຮດ” ກ່ອນເຂົ້າສະຖານີ ທາງດ່ວນຈຸດນະຄອນຫຼວງວຽງຈັນ.

ລົດທີ່ຕໍາງົວປີ້ນແມ່ນ ລົດ ຣີໂວ ສີຂາວ ທະບຽນກໍາແພງນະຄອນ ຄນ 9229
.

.

ເພີ່ມເຕີມໃຫ້ຮູ້ວ່າ ທີ່ຜູ່ບາດເຈັບ ເດັກນ້ອຍ 2 ຄົນ, ແລະ ເສຍຊິວິດຄາທີ່ 2 ຄົນ. ຕອນນີ້, ກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເລັ່ງໃຫ້ການຊ່ວຍເຫຼືອ.

ອຸບັດຕິເຫດຄັ້ງນີ້ແມ່ນ ລົດຂີ່ດ້ວຍຄວາມໄວ ຕໍາເອົາງົວ ຈົນລົດປີ້ນ. ງົວຕາຍ ແລະ ຄົນເສຍຊິວິດ 2, ບາດ ເຈັບ 2. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້
ຄລິບລາຍງານສົດ
.

.

.
